ມຽນມາ​ຈັດ​ "ກອງ​ປະຊຸມ​ປາງລອງ​ສະຕະວັດ​ທີ 21"ຄັ້ງ​ທີ​ສອງ​
2017-05-24 16:49:32  cri 
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ມື້​ນີ້,ມຽນມາ​ໄດ້​ຈັດ "ກອງ​ປະຊຸມ​ປາງລອງ
ສະຕະວັດ​ທີ 21" ຄັ້ງ​ທີ​ສອງ​ຢູ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ​​​ໂດ​ຍກອງ​ປະຊຸມ​ດັ່ງກ່າວ​ຈະ​ດຳ​ເນີນ​ເປັນ​ເວລາ 5 ວັນ​ໂດຍ​ມີຜູ້ຕາງໜ້າ​ຈາກ 7 ກຸ່ມ​ກຳລັງ​ປະກອບ​ອາວຸດ​ຊົນ​ເຜົ່າທີ່​ຍັງ​ບໍ່​ທັນ​ລົງ​ນາມ​​ໃນ​ສັນຍາ​ຢຸດ​ຍິງ​ທົ່ວ​ປະ​ເທດ​​​ແລະອີກ 8 ກຸ່ມທີ່​ລົງ​ນາ​ມ​ໃນ​ສັນຍາ​ແລ້ວ​ພ້ອມ​ທັງ​ອີກ​ຫຼາຍກຸ່ມທີ່​ຍັງ​ບໍ່​ທັນ​ລົງ​ນາມ​​ໃນ​ສັນຍາ​ໄດ້​​ເຂົ້າ​ຮ່ວມ.
ທ່ານ​ຊຸນ​ໂກ​ສຽງ ທູດ​ພິ​ເສດ​ວຽກ​ງານ​ອາຊີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸ​ມ ຄັ້ງ​ນີ້​ໄດ້​ກ່າວ​ໃນ​ວັນ​ທີ 23 ພຶດສະພາ​ນີ້​ວ່າ,ນີ້​ແມ່ນ "ກອງ​ປະຊຸມ​ປາງລອງ​ສະຕະວັດ​ທີ 21" ທີ່ມີ​ກຸ່ມກຳລັງ​ປະກອບ​ອາວຸດ​ເປັນ​ຈຳນວນ​ຫຼາຍ​ເຂົ້າ​ຮ່ວມ​​ເຊິ່ງກໍ​ຫວັງ​ວ່າ​ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ກາຍ​ເປັນ​ຈຸດ​ເລີ່​ມຕົ້ນ​ໃໝ່​ແລະ​ຈະ​ຕັ້ງໜ້າເສີມ​ຂະຫຍາຍ​ບົດບາດ​ຕໍ່​ຂະ​ບວນການ​ສັນຕິພາບ​ໃນ​ຂັ້ນ​ຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ