​ຈີນ​ຈະ​ຊ່ວຍ​ສ້າງ​ລົດ​ໄຟ​ໃຕ້​ດິນ​ສາຍ​ທຳ​ອິດໃຫ້​ປາ​ກິ​ສະ​ຖານ
2017-05-24 10:36:36  cri 
"ໜັງ​ສື​ພິມ​ Business Recorder" ປາ​ກິ​ສະ​ຖານ​ສະ​ບັບ​ວັນ​ທີ 22 ເດືອນ​ນີ້​ລາຍ​ງານ​ວ່າ, ວິ​ສາ​ຫະ​ກິດ​ຈີນ​ຈະ​ມອບ​ຂະ​ບວນ​ລົດ​ໄຟ​ງວດ​ທຳ​ອິດ​ 27 ຂະ​ບວນ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ເມືອງ​ລາ​ຮໍ​ປະ​ເທດ​​ຂອງ​ຕົນ ແລະ​ອີກ 26 ຂະ​ບວນ​ທີ່​ເຫຼືອ​ນັ້ນ​ຈະ​ມອບ​ກ່ອນ​ທ້າຍ​ປີ​ນີ້ ເຊິ່ງ​ຈະ​ເປັນ​ລົດ​ໄຟ​ໃຕ້​ດິນ​ ຫຼື ລົດ​ໄຟ​ລາງ​ເບົາສາຍ​ທຳ​ອິດ​ຂອງ​ປະ​ເທດ.

​ລັດ​ຖະ​ບານ​ຈີນ​ແລະ​ປາ​ກິ​ສະ​ຖານ​ໄດ້​ເຊັນ​ສັນ​ຍາ​ໂຄງ​ການ​ລົດ​ໄຟ​ລາງ​ເບົາ​ດັ່ງ​ກ່າວ​ເມື່ອ​ເດືອນ​ເມ​ສາ​ປີ 2015 ເຊິ່ງ​ເປັນ​ໂຄງ​ການ​ລົດ​ລາງ​ໃນ​ເມືອງ​ຂະ​ໜາດ​ໃຫຍ່​ທຳ​ອິດ ພາຍ​ໃນ​ຂອບ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ປາ​ກິສະ​ຖານ. ໂຄງ​ການ​ນີ້​ຍາວ 26 ກິ​ໂລ​ແມັດ ແລະ​ມີ​ 26 ສະ​ຖາ​ນີ ເຊິ່ງ​ກວມ​​ເອົາທັງ 2 ສະ​ຖາ​ນີ​ຢູ່​ໃຕ້​ດິນ ພ້ອມ​ກັນ​ນັ້ນ, ໂຄງ​ການ​ຍັງ​ໄດ້​ໃຊ້​ລະ​ບົບ​ເຄື່ອງ​ປັບ​ອາ​ກາດ​ແບບ​ປະ​ຢັດ ເຊິ່ງ​​ແທດ​ເໝາະ​ກັບ​ອາ​ກາດ​ຮ້ອນ​ເອົ້າ​ໃນ​ລະ​ດູ​ຮ້ອນ​ຂອງ​ປາ​ກິ​ສະ​ຖານ ແລະ​ມີຄວາມ​ໄວ​ສູງ​ສຸດ​ 80 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ