ຍອດ​ປະ​ລິ​ມານ​​ການ​ຂາຍ​ພະ​ລັງ​ງານ​ໄຟ​ຟ້າ​ລະ​ຫວ່າງ CSG ກັບ​ 3 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​​ບັນ​ລຸ​ເກືອບ 50 ຕື້​ກິ​ໂລ​ວັດ​ໂມງ
2017-05-24 17:07:24  cri 
​ຕາມ​ຂ່າວ​ສານ​ຈີນ: ບໍ​ລິ​ສັດ​ຕາ​ຄ່າຍ​ໄຟ​ຟ້າ​ພາກ​ໃຕ້​ຈີນ ຫຼື CSG ໄດ້​ເຜີຍ​ແຜ່ "ບົດ​ລາຍ​ງານ​ໜ້າ​ທີ່ຮັບ​ໃຊ້​ສັງ​ຄົມ" ສະ​ບັບ​ທີ 10 ໃນ​ວັນ​ທີ 23 ພຶດ​ສະ​ພາ​ນີ້ ໂດຍ​ຊີ້​ອອກວ່າ, ບໍ​ລິ​ສັດ​ຕົນ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ທີ່​ນຳ​ມາ​ສູ່​ການ​ບັນ​ລຸຍອດ​ປະ​ລິ​ມານ​ການ​ຂາຍ​ພະ​ລັງງານ​ໄຟ​ຟ້າ ກັບ​ 3 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ຄື ຫວຽດ​ນາມ, ລາວ ແລະ​ມຽນ​ມາ​ເຖິງ 48 ຕື້​ 600 ລ້ານກິ​ໂລ​ວັດ​ໂມງ.

ທ່າ​ນ​ວາງ​ລິນ ຫົວ​ໜ້າ​ພະ​ແນກ​ທຸ​ລະ​ກິດ​ສາ​ກົນ​ບໍ​ລິ​ສັດ CSG ກ່າວ​ວ່າ, ບໍ​ລິ​ສັດ​ຕົນ​ໄດ້​ຈ້າງ​ພະ​ນັກ​ງານ​​ຫວຽດ​ນາມ ແລະ​ແຂວງຫຼວງ​ນ້ຳ​ທາ​ຂອງ​ລາວເກືອບ 2700 ຄົນ ແລະ​ພະ​ຍາ​ຍາມ​ເຮັດ​ໃຫ້​​ເຂົາ​ເຈົ້າ​ມີ​ຄ​ວາມ​ສາ​ມາດ​ບໍ​ລິ​ຫານ​ໂຄງ​ການ​ໄດ້. ພ້ອມ​ກັນ​ນັ້ນ, ກໍ​ຍົກ​ລະ​ດັບ​ການກໍ່​ສ້າງ​​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ທີ່​​ໄດ້​ເຂົ້າ​ໄປ​ລົງ​ທຶນ ເພື່ອ​ຊ່ວຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ເຫຼົ່າ​ນີ້. ນອກ​ນີ້, ບໍ​ລິ​ສັດ​ຕົນ​ຍັງ​ມີ​ແຜນ​ການ​ຈະ​ໃຫ້​ທຶນ​ການ​ສຶກ​ສາ​ 110 ຄົນຂອງ 5 ປະ​ເທດ ເຊັ່ນ ລາວ ເປັນ​ຕົ້ນ​ມາ​ສຶກ​ສາຢູ່​ຈີນ​ໃນ​ສົກ​​ປີ 2016-2025.
ຂ່າວ​ແຈ້ງ​ຕື່ມ​ວ່າ, ການ​​ຂາຍ​ພະ​ລັງ​​ງານໄຟ​ຟ້າ​ຂ້າມ​ຊາຍ​ແດນ​ຂອງ​ບໍ​ລິ​ສັດ CSG ​ສາ​ມາດຫຼຸດຜ່ອນ​ສະ​ພາບການ​ຂາດ​ເຂີນ​ໄຟ​ຟ້າ​ຢູ່​ພາກ​ເໜືອ​​ມຽນ​ມາ, ລາວ ແລະ​ຫວຽດ​ນາມ ແລະ​ສາ​ມາດ​ຮັບ​ປະ​ກັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດເຫຼົ່າ​ນີ້ ​ໃນ​ນີ້​ປະ​ຊາ​ຊົນແຂວງຫຼວງ​ນ້ຳ​ທາໄດ້​ຊົມ​ໃຊ້​ໄຟ​ຟ້າ​ທີ່​ນຳ​ເຂົ້າ​ຈາກ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ