ປະ​ທາ​ນາ​ທິ​ບໍ​ດີ​ຝຣັ່ງ​ສະ​ເໜີແກ່​ຍາວ​ພາ​ວະ​ສຸກ​ເສີນເຖິງ​ເດືອນ​ພະ​ຈິກ
2017-05-25 10:17:51  cri 
ຫຼັງເກີດ​ເຫດໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຢູ່​ເມືອງ​ເມນ​ເຊັ​ສ​ເຕີ​ກ່ອນ​ໜ້າ​ນີ້​ສອງ​ມື້, ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​​ໄດ້​ອອກ​ມາຖະ​ແຫຼງ​ໃນ​ວັນ​ທີ 24 ພຶດ​ສະ​ພາ​ນີ້​ວ່າ: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ແອມ​ມາ​ນູ​ເອນ ​ມາ​ຄ​ຣົງ​ໄດ້ຕັດ​ສິນ​ໃຈ​ສະ​ເໜີ​ຕໍ່​ລັດ​ຖະ​ສະ​ພາ​ໃຫ້​ແກ່​ຍາວ​ການ​ປະ​ກາດ​ພາ​ວະ​ສຸກ​ເສີນ​​ໃນ​ປະ​ເທດໄປ​ຈົນ​ຮອດ​ວັນ​ທີ 1 ພະ​ຈິກ​ປີ​ນີ້,ຂະ​ນະ​ທີ່​ກຳ​ນົດ​ເດີມ​ຈະ​ສິ້ນ​ສຸດ​ໃນ​ວັນ​ທີ 15 ກໍ​ລະ​ກົດ​ປີ​ນີ້.

ວັນ​ດຽວ​ກັນ, ທ່ານ​ແອ​ດົວ​ອັດ ຟີ​ລິບ​ເປ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຝ​​ຣັ່ງກໍ​ໄດ້​ຖະ​ແຫຼງ​​ຕໍ່​ສື່ມວນ​ຊົນ​ວ່າ: ການ​ພິ​ຈາ​ລະ​ນາ​ແກ່​ຍາວ​ການ​ປະ​ກາດ​ພາ​ວະ​ສຸກ​ເສີນ​​ໃນ​ປະ​ເທດ​​ນັ້ນ​ເນື່ອງ​ຈາກພວກ​ຜະ​ເຊີນ​ກັບ​ໄພ​ຂົ່ມ​ຂູ່​ຈາກ​ລັດ​ທິ​ກໍ່​ການ​ຮ້າຍ​​ຢູ່​ໃນ​ລະ​ດັບ​ສູງຫຼາຍ.

ຫຼັງ​ຈາກ​ນະ​ຄອນຫຼວງ​ປາ​ຣີ​ປະ​ເທດ​ຝຣັ່ງ​ເກີດ​ເຫດໂຈມ​ຕີ​ແບບ​ກໍ່​ການ​ຮ້າຍຫຼາຍ​ຄັ້ງຕິດ​​ຕໍ່​ກັນເມື່ອ​ວັນ​ທີ 13 ພະ​ຈິກ 2015, ​ປະ​ເທດ​ດັ່ງ​ກ່າວ​ໄດ້​ແກ່​ຍາວການ​ປະ​ກາດ​ພາ​ວະ​ສຸກ​ເສີນ​ມາ​ແລ້ວຫຼາຍ​ເທື່ອ​ເນື່ອງ​ຈາກ​ຕ້ອງ​ໄດ້​ເດັດ​ຂາດ​ໃນ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​. ຂະ​ນະ​ທີ່ເດືອນ​ທັນ​ວາ​ປີ​ຜ່ານ​ມາ, ລັດ​ຖະ​ສະ​ພາ​​ປະ​ເທດ​ນີ້​ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ໃຫ້ແກ່​ຍາວ​ການ​ປະ​ກາດ​ພາ​ວະ​ສຸກ​ເສີນ​ໄປ​ເຖິງ​ກາງ​ເດືອນ​ກໍ​ລະ​ກົດ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ