ປະ​ທານ​ປະ​ເທດ​ຫວຽດ​ນ​າມ​ຢືນ​ຢັນ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນ​າມ-ຈີນ​ສ້​າງ​ໂອ​ກາດ​ໃຫ້​ກັນ
2017-05-25 10:24:10  cri 
ໂອ​ກາດ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ຊ້າຍ​ມິງ​ຈ້າວ ຜູ້​ອຳ​ນວຍ​ການ​ໃຫຍ່​ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ​ ສ​ປ ຈີນ​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ໃນ​ວັນ​ທີ 24 ພຶດ​ສະ​ພາ​ນີ້, ທ່ານ​ເຈິນ​ດາຍກວາງ ປະ​ທານ​ປະ​ເທດ​ແຫ່ງ ສ​ສ ຫວຽດ​ນ​າມ​ຢືນ​ຢັນ​ວ່າ ຜົນ​ສຳ​ເລັດ​ໃນການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ​ແລະ​ຈີນ​ເປັນ​ການ​ສ້າງໂອ​ກາ​ດ​​ໃຫ້​ກັນ​ແລະ​ທີ່​ສຳ​ຄັນ,ສອງ​ປະ​ເທດ​ຄວນ​ຖອດ​ຖອນ​ບົດ​ຮຽນ​ແລະ​ຊ່ວຍເຫຼືອກັນ​ໃຫ້ຫຼາຍ​ກວ່າ​ເກົ່າ.

ທ່ານ​ເຈິນ​ດາຍກວາງ​ກ່າວ​ວ່າ: ກ່ອນ​ໜ້າ​ນີ້​ບໍ່​ດົນ, ​ໄດ້​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ທັງ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ແລະ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຜູ້​ນຳ​ສອງ​ປະ​ເທດກໍ​ໄດ້ແລກ​ປ່ຽນ​ການ​ຢ້ຽມ​ຢາມ​ກັນ​ຢ່າງ​ຕໍ່​ເນື່ອງ ໂດຍ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນໃນ​ການ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​. ຫວຽດ​ນາມ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄ​ຽງ​​ກັບ​ຈີນ​ມາ​ໂດຍ​ຕະຫຼອດ​ແລະ​ຫວັງ​ຊຸກ​ຍູ້​ສາຍ​ພົວ​ພັນ​​ລະ​ຫວ່າງ​ພັກ,ລັດ​ແລະ​ປະ​ຊາ​ຊົນ​ຈີນ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ,ໝັ້ນ​ທ່ຽງ​ຍາວ​ນານ​ແລະ​ ​ຍືນ​ຍົງ.

ທ່ານ​ຊ້າຍ​ມິງ​ຈ້າວ​ຢືນ​ຢັນ​ວ່າ: ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ​ຈະ​ປະ​ຕິ​ບັດ​ຕາມ​ຄວາມ​​ເປັນ​ເອ​ກະ​ພາບ​ກັນ​​ຂອງ​ຜູ້​ນຳ​ສອງ​ປະ​ເທດ​ທັງ​ຈະເພີ່ມ​ການ​ລາຍ​ງານ​​ການ​ສົ່ງ​ເສີມ​ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​​ລະ​ຫວ່າງ​ສອງ​ປະ​ເທດຕື່ມ​ອີກ ແລະ​ເສີມ​ຂະ​ຫ​ຍາຍ​ບົດ​ບາດ​​ຂອງ​ສື່ມວນ​ຊົນ​ໃນ​ຖາ​ນະ​ເປັນ ຂົວ​ຕໍ່​ໃຫ້​ແກ່​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ ທັງ​ປັບ​ປຸງ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ທີ່​ດີ​ງາມ​ໃນການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ໝັ້ນ​ຄົງ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ