ອາ​ຍຸ​ຍືນ​ຍ້ອນດື່ມ​ເຫຼົ້າ​ພື້ນ​ເມືອງ
2017-05-25 16:04:12  cri 

ພໍ່​ເຖົ້າ ຫວາງ​ຊຸນ​ຢຸນ ປີ​ນີ້​ອາ​ຍຸ 106 ປີ,​ຢູ່​ເປີ້ນ​ພູ​ບ້ານ​ໂຈ່ວ​ເຈ່ຍ​ຂານ ຕາ​ແສງ​ເທ​ໂສ​ກ່ວນ​ເມືອງ​​ຮ້ານ​ຈົ່ງ​ແຂວງ​ສ້ານ​ຊີ່ ສ​ປ ຈີນ. ​ທຸກ​ຄາບ​ເຂົ້າ​ກໍ​ຕ້ອງ​ດື່ມ​ເຫຼົ້າ​ເຂົ້າ​ສາ​ລີ,ດື່ມ​ເກືອ​ລະ​ໜ້ອຍ,ມັນ​ຊ່າງ​ມີ​ລົດ​ຊາດ​ແທ້ໆ, ພໍ່​ເຖົ້າ​ເວົ້າ​ສູ່​ຟັງວ່າ ປີ​ໜຶ່ງ​ດື່ມ​ເຫຼົ້າ​ເຂົ້າ​ສາ​ລີ 200 ແກ້ວກໍ​ບໍ່​ພໍ, ເຫຼົ້າ​ເຂົ້າ​ສາ​ລີ​ນີ້​ເປັນ​ເຫຼົ້າ​ທີ່​ຕົ້ມ​ດ້ວຍ​ສູດ​ພື້ນ​ເມືອງທີ່​ຕົນ​ຊື້​ມາ​ຈາກ​ຕາ​ແສງ​​ໜຶ່ງທີ່​ຫ່າງ​ຈາກ​ບ້ານ 5 ກິ​ໂລ​ແມັດ. ​ແກງ​ສົ້ມໝີ່​ຖ້ວຍ​ໜຶ່ງ​ເປັນ​ຂອງ​ແກ້ມ​ເຫຼົ້າ​, ພໍ່​ເຖົ້າ​​ທັງ​ດື່ມ​ທັງ​ແກ້ມ​ມັນ​ຊ່າງມີ​ຄວາມ​ສຸກ​ອີ່ຫຼີ. ພໍ່​ເຖົ້າ​​ກິນ​ອາ​ຫານ​ທຸກ​​ເຍື່ອງ, ກິນ​ຫຍັງ​ກໍ​ແຊບ​ເອົາ​ແທ້​ເອົາ​ວ່າ​ແລະແຕ່​ລະ​ມື້​ຕ້ອງ​ກິນ​ຊີ້ນ​ແລະ​ດື່ມ​ເຫຼົ້າ. ​ຂະ​ນະ​ດຽວ​ກັນກິນ​ການ​ດື່ມ​ກໍ​ຖືກ​ຕາມເວ​ລາ​ຈິ່ງບໍ່​ຄ່ອຍ​ເຈັບ​ເປັນ ແລະ​​ທີ່​ສຳ​ຄັນ​ບໍ່​ເຄີຍນອນ​ໂຮງ​ໝໍ​ຈັກ​ເທື່ອ. "ພໍ່ເພິ່ນ​ມັກ​​ຢູ່​ຜູ້​ດຽວ, ​ເຖິງວ່າອ້​າຍ​ເອື້ອຍ​ນ້ອງ​​ຊິ​ຮ້ອງ​ຂໍ​ໃຫ້​ເພິ່ນ​ໄປ​ຢູ່​ນຳຫຼາຍ​ເທື່ອແລ້ວ​ແຕ່​ເພິ່ນ​ກໍ​ບໍ່​ຍອມ​ໄປ"​ລູກ​ຜູ້​ໜຶ່ງ​ຂອງ​ເພິ່ນບອກ​.


1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ