ທະ​ຫານກອງ​ຕີ​ພິ​ເສດ​ຍິງ​ປືນ​ໄວ​ສຸດ​ໃຊ້​ເວ​ລາ​ພຽງ 0,6 ວິ​ນາ​ທີ
2017-05-25 16:28:12  cri 

ກ່ອນ​ໜ້າ​ນີ້​ບໍ່​ດົນ, ກອງ​ໃຫຍ່​ຕຳຫຼວດ​ປະ​ກອບ​ອາ​ວຸດ​ແຂວງ​ເຈີ້​ຈ່ຽງ ສ​ປ ຈີນ​ໄດ້​ຈັດ​ຕັ້ງ​ໜ່ວຍ​ຕີ​ພິ​ເສດ 4 ໜ່ວຍ​ຄື​ໜ່ວຍ​ຂຶ້ນ​ໂດຍ​ກົງ​ກັບ​ກອງ​ໃຫຍ່, ໜ່ວຍ​ເມືອງ​ໂຈ່ວ​ຊ່ານ, ໜ່ວຍ​ເມືອງ​ນິງ​ໂປແລະ​ໜ່ວຍ​ເມືອງ​ຖ່າຍ​ໂຈ່ວແລະ​ໄດ້​ດຳ​ເນີນ​ການ​ຝຶກ​ຊ້ອມ​ຢູ່​ເກາະ​ໂຈ່ວ​ຊ່ານ​ໂດຍ​ປະ​ຕິ​ບັດ​ຕາມ​​ຄຳ​ຂວັນ "ໄວ​ເດັດ​ຂາດ, ​ແນ່ນອນໂດຍ​ທຽບ​ຖານ"​ຢ່າງ​ເຂັ້ມ​ງວດ​​ດ້ວຍ​ການ​ຝຶກ​ຍິງ​ປືນ​​ສັ້ນ,ປືນ​ຍາວ​​, ເຊິ່ງ​ຈາກ​ການ​ຍົກ​ປືນ,​ການ​ໃສ່​​ລູກ​ປືນ​ເຖິງ​ການ​ຍິງ, ​ນັດ​ດຽວ​ສະ​ເລ່ຍ​​ແລ້ວ​ຊ້າ​ສຸດ​ 1 ​ວິ​ນາ​ທີ ແລະ​ໄວ​ສຸດ 0,6 ວິ​ນາ​ທີ. ການ​ຝຶກ​ຊ້ອມ​ດັ່ງ​ກ່າວ​ແນ​ໃສ່ກວດ​ສອບ​ຄວາມ​ສາ​ມາດ​ຂອງກອງ​ຕີ​ພິ​ເສດ​ໃນ​ການ​ລົງ​ມື​ຈູ່​ໂຈມກ່ອນ​ແລະ​ເອົາ​ຊະ​ນະ​ສັດ​ຕູ​ດ້ວຍ​ຄວາມ​ໄວ​ໃນ​ສະ​ພາບ​ການ​ສູ້​ຮົບ​ຕົວ​ຈິງ.


1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ