ເກີດ​ເຫດ​ໂຈມ​ຕີ​ດ້ວຍລະ​ເບີດ​ແບບ​ສະ​ຫຼະ​ຊີບ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ ເຮັດ​ໃຫ້​ຫຼາຍ​ຄົນເສຍ​ຊີ​ວິດ
2017-05-25 11:17:22  cri 
ວັນ​ທີ 25 ພຶດ​ສະ​ພາ​ນີ້, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ອິນ​ໂດ​ເນ​ເຊຍ​ໄດ້​ອອກ​ມາ​ຢືນ​ຢັນ​ວ່າ: ໃນ​ຕອນ​ຄ່ຳ​ວັນ​ທີ 24 ພຶດ​ສະ​ພາ​ນີ້, ຢູ່​ສະ​ຖາ​ນີ​ລົດ​ເມ​​ເຂດ​ຕາ​ເວັນ​ອອກ​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​​ໄດ້​ເກີດ​ເຫດ​ໂຈມ​ຕີ​ດ້ວຍລະ​ເບີດ​ແບບ​ສະ​ຫຼະ​ຊີບ​ສອງ​ຄັ້ງ ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ​ປະ​ຊາ​ຊົນ 5 ຄົນ​ເສຍ​ຊີ​ວິດ ແລະ 10 ຄົນ​ບາດ​ເຈັບ.

ໂຄ​ສົກ​ກົມ​ຕຳ​ຫຼວດ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​​ໄດ້​ຖະ​ແຫຼງ​ຂ່າວວ່າ: ຜົນ​ການກວດ​ກາ​​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ໂຈມ​ຕີດ້ວຍ​ລະ​ເບີດ​ແບບ​ສະ​ຫຼະ​ຊີບ​ສອງ​ຄັ້ງ​ດັ່ງ​ກ່າວ​ໄດ້​​ເຮັດ​ໃຫ້​ຜູ້​ກໍ່​ເຫດ 2 ຄົນ ແລະ ຕຳ​ຫຼວດ 3 ຄົນ​ເສຍ​ຊີ​ວິດ, ​ຂະ​ນະ​ດຽວ​ກັນ​ກໍ​ມີຕຳ​ຫຼວດ​ອີກ 5 ຄົນ​ແລະ​ປະ​ຊາ​ຊົນ​ 5 ຄົນ​ບາດ​ເຈັບ. ໂຄ​ສົກ​ທ່ານ​ນີ້​ກ່າ​ວ​ອີກ​ວ່າ: ຂະ​ນະ​ທີ່​ເກີດ​ເຫດ​ລະ​ເບີດ,ຕຳ​ຫຼວດ​ພວມ​ເວນ​ຍາມ​,ສ່ວນ​ຜູ້​ກໍ່​ເຫດ​ເປັນ​ຜູ້​ຊາຍ​ສອງ​ຄົນ​ແລະ​ໃນ​ອີກ​ບໍ່​ດົນ,ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຈະ​ເປີດ​ເຜີຍ​ອັດ​ຕະ​ລັກ​ຂອງ​ຜູ້​ກໍ່​ເຫດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ