ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ຟີ​ລິບ​ປິນ​ໃນ​ການ​ປາບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍ
2017-05-25 11:19:04  cri 
ວັນ​ທີ 24 ພຶ​ດ​ສະ​ພາ​ນີ້, ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ຂະ​ນະ​ທີ່​ຕອບ​ຄຳ​ຖາມ​ນັກ​ຂ່າວ​ກ່ຽວ​ກັບ​ສະ​ພາບການ​ຢູ່​ພາກ​ໃຕ້​ປະ​ເທດ​ຟີ​ລິບ​ປິນ​ວ່າ: ຈີນມີ​ຄວາມ​ເຂົ້າ​ໃຈ​ແລະ​ເດັດ​ດ່ຽວສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ຟີ​ລິບ​ປິນ​ໃນ​ການ​ປາບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍ.

ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ມີ​ນັກ​ຂ່າວ​ຖາມ​​ໂດຍ​ອີງ​ຕາມ​ແຫຼ່ງ​ຂ່າວວ່າ: ຢູ່​ເມືອງ​ມາ​ລາ​ວີ​ພາກ​ໃຕ້​ປະ​ເທດ​ຟີ​ລິບ​ປິນ​ໄດ້​ເກີດ​ເຫດໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ໃນ​ວັນ​ທີ 23 ພຶດ​ສະ​ພາ​ນີ້ ໂດຍ​ກຸ່ມກໍ່​ການ​ຮ້າຍມາວ​ເຕີ​​ໄດ້​ປະ​ທະກັບ​ກອງ​ທັບ​ລັດ​ຖະ​ບານ​ຟີ​ລິບ​ປິນ​ຢ່າງ​ດຸ​ເດືອດ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປິນກໍ​ຢືນ​ຢັນ​ວ່າ​ການ​ປະ​ທະດັ່ງ​ກ່າວໄດ້​ເຮັດ​ໃຫ້​ຕຳ​ຫຼວດ​ແລະ​ທະ​ຫານ​ຂອງ​ລັດ​ຖະ​ບານ 3 ຄົນ​ເສຍ​ຊີ​ວິດ ແລະ 12 ຄົນ​ບາດ​ເຈັບ. ​ຕໍ່​ເລື່ອງ​ນີ້,ຈີນຄິດ​ແນວ​ໃດ?

ທ່ານ ລູ້​ຄ່າງ ກ່າວ​ວ່າ: ລັດ​ທິ​ກໍ່​ການ​ຮ້າຍ​ແມ່ນ​ສັດ​ຕູ​ຂອງ​ໂລກ ເຊິ່ງ​ຈີນ​ມີ​ຄວາມ​ເຂົ້າ​ໃຈ​ແລະ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ຟີ​ລິບ​ປິນ​ໃນ​ການ​ປາບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍ ທັງເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງປະ​ທາ​ນາ​ທິ​ບໍ​ດີໂຣດ​ຣີ​ໂກ ດູ​ເຕີ​ເຕ , ລັດ​ຖະ​ບານ​ຟີ​ລິບ​ປິນ​ຈະ​ສາ​ມາດປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ຄວາ​ມ​ປອດ​ໄພ​ຢູ່​ເກາະ​ມິນ​ດາ​ນາວ​ໄດ້​ເປັນ​ຢ່າງ​ດີແນ່ນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ