ຈັດ​ງານ​ວາງ​ສະ​ແດງວິ​ດີ​ໂອ​ແລະ​ສຽງ​ທີ່ໂຮງ​ລະ​ຄອນ​ຈີນ​ຮໍ​ລີ​ວູດ (ວິ​ດີ​ໂອ)
2017-05-25 16:35:45  cri 

 

​ເນື່ອງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງໂຮງ​ລະ​ຄອນ​ຈີນ​ຮໍ​ລີ​ວູດ ທີ່​ເປັນ​​ສັນ​ຍະ​ລັກ​ແລະ​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາຄົບ​ຮອບ 90 ປີ, ຫວ່າ​ງ​ມໍ່ໆ​ມາ​ນີ້, ໂຮງ​ລະ​ຄອນ​ດັ່ງ​ກ່າວ​ໄດ້​ຈັດ​ງານ​ວາງ​ສະ​ແດງວິ​ດີ​ໂອ​ແລະ​ສຽງ​ກາງ​ແຈ້ງ​ຂະ​ໜາດ​ໃຫຍ່​ໃນ​ທຸກ​ຄ່ຳ​ຄືນ ເພື່ອ​ຫວນ​ຄືນ​ປະ​ຫວັດ​​ຄວາມ​ເປັນ​ມາ​ຂອງ​ໂຮງ​ລະ​ຄອນ​ທີ່​ຜ່ານ​ຍ່ານ​ທາງ​ເກືອບ​ໜຶ່ງ​ສະ​ຕະ​ວັດ. ເຖິງວ່າ​ຮູບ​ພາຍນອກ​ແລະ​ການ​ຕົບ​ແຕ່ງ​ຂອງ​ໂຮງ​ລະ​ຄອນ​ບໍ່​​ມີ​ການ​ແຕກຕ່າງ​​ຈາກ 90 ປີ​ກ່ອນ​​ພໍ​ເທົ່າໃດ, ແຕ່​ອຸ​ປະ​ກອນ​ແລະ​ເຕັກ​ນິກ​ການ​ສາຍ​ຮູບ​ເງົາ​ໄດ້​ຢືນ​ຢູ່​ແຖວ​ໜ້າ​ຂອງ​ຍຸກ​ສະ​ໄໝ​ມາ​ໂດຍຕະຫຼອດ​. ເຕັກ​ນິກ​ສາຍ​ວິ​ດີ​ໂອ 3D ຫຼ້າ​ສຸດ​ທີ່ນຳ​ໃຊ້ ເຮັດ​ໃຫ້​ຮູບ​ເງົາ​ມີ​ຄຸນ​ນະ​ພາບ​ຈະ​ແຈ້ງ​ຢູ່​ເທິງ​ຝາ​ທີ່​ບໍ່​ພຽງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ