ຜູ້ອຳນວຍການ​ໃຫຍ່​ອົງການ​ອະນາ​​ໄມ​ໂລກ​ຢືນຢັນ​ພ້ອມ​ຍຶດໝັ້ນ​ຫຼັກການ​ຈີນ​ດຽວ
2017-05-25 17:00:05  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ເຕ​ໂດຣສ ຜູ້ອຳນວຍການ​​ໃຫຍ່​ອົງການ​ອະນາ​ໄມ​​ໂລກ​ຄົນໃໝ່​ໄດ້​ກ່າວ​ຢ້ຳ​ໃນ​ວັນ​ທີ 24 ພຶດສະພາ​ນີ້​ວ່າ​ອົງການ​ຂອງ​ຕົນ​ຈະ​ສືບ​ຕໍ່​ຍຶດໝັ້ນ​ຫຼັກການ​ຈີນ​ດຽວລວມທັງ​ການ​ແກ້​ໄຂ​ບັນຫາ​ທີ່​ກ່ຽວພັນ​ກັບ​ໄຕ້​ຫວັນ​ໃຫ້​ດີ​ຕາມ​ມະຕິ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ແລະ​ກອງ​ປະຊຸມ​ອະນາ​​ໄມ​ໂລກ​ໃຫ້​ດີ.
ທ່ານ​ເຕ​ໂດຣສ​ກ່າວ​ໃນ​ໂອກາດ​ພົບ​ປະກັບ​ທ່ານ​ນາງ​ລີ​ປິ່ນ ປະທານຄະນະ​ກຳມະການ​ສາທາລະນະ​ສຸກ​ແລະ​ວາງ​ແຜນ​ຄອບຄົວ​​ແຫ່ງ​ລັດ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ອົງການ​ອະນາ​ໄມ​ໂລກ​ຄັ້ງ​ທີ 70​ ວ່າ,​ໃນ​ໂອກາດ​ພົບ​ປະ​ສອງ​ຝ່າຍ​ເປັນ​ເທື່ອ​ທຳ​ອິດ​ຫຼັງ​​ໄດ້​ຮັບ​ເລືອກ​ຕັ້ງ​,​ຕົນ​ຈະ​ສືບ​ຕໍ່​ນຳພາ​ອົງການ​ອະນາ​ໄມ​ໂລກ​ລົງ​​ເລິກ​ການ​ຮ່ວມ​ມື​ກັບ​​ຈີນ​ຕື່ມ​ອີກ.ຂະນະ​ທີ່ທ່ານ​ນາງລີ​ປິ່ນ​ກໍກ່າວ​ວ່າ,ຈີນ​ຍິນ​ດີ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​​ກັບ​ອົງການ​ອະນາ​​ໄມ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ