ສ້າງ​ຕັ້ງ" ສະຫະພັນ​ພື້ນຖານ​ໂຄງ​ລ່າງ​ສະ​ມາດ​ຈີນ " ​ຢູ່​ຊຽງ​ໄຮ
2017-05-25 17:19:14  cri 
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ​ໂດຍ​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງ​ການ​​ໃນ​ການ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ການ​ເຊື່ອມ​ໂຍງ​ຫຼັງການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", "ສະຫະພັນ​ພື້ນຖານ​ໂຄງ​ລ່າງ​ສະມາດ​ຈີນ​ທັງ​ເປັນສູນ​ສຶກສາຄົ້ນຄວ້າພື້ນຖານ​ໂຄງ​ລ່າງ​ສະມາດ​ທົ່ວ​ໂລກ" ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ມະຫາວິທະຍາ​ໄລ​ຖົງ​ຈີ້​​ໂດຍປະກອບ​ມີ 141 ໜ່ວຍ​ງານ​ແລະນັກວິຊາການ​ສ່ວນ​ບຸກຄົນ​ຈາກ 12 ປະ​ເທດ​ແລະ​ເຂດ​ແຄວ້ນ​ເປັນ​ຕົ້ນ​ລົດ​ໄຟ​ໃຕ້​ດິນ​ເຊີນ​ທົ່ງນະຄອນ​ຊຽງ​ໄຮ,ວິທະຍາ​ໄລ​ເບີ​ເຄລີ​ມະຫາ​ວິທະຍາ​ໄລ​ລັດ​ກາລີ​ຟໍ​ເນ​ຍ ອາ​ເມ​ລິ​ກາ.
​ສູນ​ກະຈາຍ​ຂໍ້​ມູນ​ຂ່າວສານ​ພື້ນຖານ​ໂຄງ​ລ່າງ​ໄຂ​ຢວນທີ່​ຄົ້ນຄວ້າ​ຜະລິດ​​ເອງ​ສູນ​ທຳ​ອິດ​ໃນ​ໂລກ​ກໍ​ໄດ້​ເປີດ​ເຜີຍ​ໃນ​ວັນ​ດຽວ​ກັນ.​ສູນນີ້​ຄື​ກັນ​ກັບ "ຊຸບ​ເປີ​ມາ​ເກັດ​ອອນ​ລາຍ"ຂອງ​ພື້ນຖານ​ໂຄງ​ລ່າງ​ເຊິ່ງສາມາດ​ລວບ​ລວມຂໍ້​ມູນ​ຂ່າວສານ​ຂອງ​ໂຄງການ​ຢ່າງ​ທ່ວງທັນ,ມີ​ປະສິດທິ​ຜົນ​ສູງ​ແລະ​ຄົບ​ຖ້ວນ.
ນັກວິຊາການ​ຈີນ​ແລະ​ຕ່າງປະ​ເທດ​ທີ່​ເຂົ້າ​ຮ່ວມ​ພິທີ​ສ້າງ​ຕັ້ງ​ໃນ​ວັນ​ທີ 24 ພຶດສະພາ​ນີ້​ເຫັນ​ວ່າ, ການ​ສ້າງ​ຕັ້ງ"ສະຫະພັນ​ພື້ນຖານ​ໂຄງ​ລ່າງ​ສະມາດ"ທີ່​ເປັນ​ສູນ​ສາທາລະນະ​ນັ້ນ​ຈະ​ຊຸກຍູ້​ຂະ​ບວນການ​ຫັນ​ການ​ຄຸ້ມ​ຄອງ​ຕົວ​ເມືອງ​ຈີນ​ເປັນ​ແບບ "ສະມາດ"​ແລະ​ໃນ​ອະນາຄົດ​ຍັງ​ຈະ​ເຜີຍ​ແຜ່​ໄປ​ສູ່​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ