ຈີນ​ມີ​ຜູ້​ຖື​ບັດ​ປະກັນ​ສັງຄົມຫຼາຍກວ່າ 1 ຕື້​ຄົນ​ແລ້ວ
2017-05-25 17:27:41  cri 
ຕາມ​ຂ່າ​ວສານ​ຈີນ: ກະຊວງ​ຊັບພະຍາກອນ​ມະນຸດ​ແລະ​ການ​ປະກັນ​ສັງຄົມ​ຈີນ​ໃຫ້​ຮູ້​ວ່າ,ວັນ​ທີ 25 ພຶດສະພາ​ນີ້​ຈີນ​ໄດ້​ອອກ​ບັດ​ປະກັນ​ສັງຄົມ​ໃບ​ທີ 1 ຕື້​ແລະມາ​ຮອດ​ປັດຈຸບັນ,​ປະຊາກອນ​ທົ່ວ​ປະ​ເທດ​ຫຼາຍກວ່າ 72%​ໄດ້​ໃຊ້​ບັດ​ປະກັນ​ສັງຄົມ​ແລ້ວ.
​ເຈົ້າ​ໜ້າ​ທີ່​ຮັບຜິດຊອບ​ສູນ​ຂໍ້​ມູນ​ຂ່າວສານ​ກະຊວງ​ດັ່ງກ່າວ​ໃຫ້​ຮູ້​ວ່າ,​ໄດ້​ອອກບັດ​ປະກັນ​ສັງຄົມ​​ໃບ​ທຳ​ອິດ​​ຢູ່​ຊຽງ​ໄຮເມື່ອ​ປີ 1999 ​ແລະ​ອັດຕາ​ການ​ນຳ​ໃຊ້​ຫຼາຍກວ່າ 72%​ໃນ​ປັດຈຸບັນນັ້ນ​ເປັນ​ການ​ປູ​ທາງ​ໄປ​ສູ່​​ໃນ​ລະດັບ 90%ຕາມ​ແຜນການ 5 ປີ​ຄັ້ງ​ທີ 13 .​ແນວ​ໃດ​ກໍ​ດີ,ຈີນ​ຈະ​ບັນລຸ​ໃຫ້​ປະຊາກອນ​​ທຸກ​ຄົນ​ມີ​ບັດ​ປະກັນ​ສັງຄົມ​100%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ