ເສດຖະກິດລາວ ຈະສູງກວ່າປະເທດອື່ນໆ ໃນພາກພື້ນ ດຽວກັນປະມານ 7% ໃນປີ 2017-2019
2017-05-25 10:02:18  cri 
ຂປລ. ​ໃນ​ວັນ​ທີ 24 ພຶດສະພາ 2017 ນີ້, ທີ່​ສຳ​ນັກ​ງານ​ ທະນາຄານ​ໂລກ ປະຈຳ ສປປ ລາວ ໄດ້​ມີ​ການ​ເປີດ​ເຜີຍ​ ບົດ​ລາຍ​ງານ​ເສດຖະກິດ​ຂອງ ສປປ ລາວ ສະບັບ​ຫລ້າ​ສຸດ​ ຂອງ​ທະນາຄານ​ໂລກ, ພ້ອມທັງ ສ​ະ​ແດງ​ໃຫ້​ເຫັນ​ວ່າ​ ເສດຖະກິດ​ຂອງ ສປປ ລາວ ຈະ​ມີ​ການ​ເຕີບ​ໂຕ ​ສະ​ເລ່ຍປະມານ 7% ຕໍ່​ປີ ໃນ​ລະຫວ່າງ ​ປີ 2017 ຫາ 2019 ​ເຊິ່ງສູງ​ກວ່າ​ປະ​ເທດ​ອື່ນໆ​ ທີ່ຢູ່​ໃນ​ພາກ​ພື້ນ​ດຽວ​ກັນ.

ອີງ​ຕາມ​ບົດ​ລາຍ​ງານ​​ເຫັນ​ວ່າ ອັດຕາ​ການ​ເຕີບ​ໂຕ​ດັ່ງກ່າວ, ຕໍ່າ​ກວ່າ​ອັດຕາ​ການ​ເຕີບ​ໂຕ​ ສະ​ເລ່ຍ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ແຕ່​ກໍ​ຖື​ວ່າ​ຍັງ​ສູງ ຍ້ອນ​ບັນດາ​ໂຄງການ​ ພະລັງງານ​ໄຟຟ້າ​ ທີ່​ໄດ້​ຂຶ້ນ​ແຜນ​ໄວ້ ​ແລະ ການ​ຟື້ນ​ຕົວ​ຂອງ​ຂະ​ແໜງ ​ກະສິກຳ-ອຸດສາຫະກຳ​ປຸງ​​ແຕ່ງ ​ແມ່ນ​ມີ​ການ​ເຊື່ອມ​ໂຍງ​ ກັບ​ພາກ​ພື້ນ​ຫລາຍ​ຂຶ້ນ​. ນອກຈາກ​ນີ້, ບົດ​ລາຍ​ງານໃນ​ປີ​ທີ່​ຜ່ານ​ມາ ຍັງ​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ກົດ​ດັນ​​ ດ້ານ​ອັດຕາ​ເງິນ​ເຟີ້​ຍັງຕໍ່າ, ໃນ​ຂະນະ ​ທີ່​ການ​ຂະຫຍາຍຕົວ​ ຂອງ​ສິນ​ເຊື່ອ​ຄົງ​ທີ່. ພ້ອມ​ດຽວ​ກັນ, ການ​ຂະຫຍາຍຕົວ ຂອງ​ຂະ​ແໜງ​ການ ​ພະລັງງານ​ໄຟຟ້າ​ ຄາດ​ວ່າ​ຈະ​ເຮັດ​ໃຫ້ການ​ສົ່ງ​ອອກ ​ພະລັງງານ​ໄຟຟ້າ​ເພີ່​ມຂຶ້ນ, ສ່ວນ​ຂະ​ແໜງ​ການ​ ຊັບພະຍາກອນ​ທຳ​ມະ​ຊາດ, ຂະ​ແໜງ​ທ່ອງ​ທ່ຽວ, ຂະ​ແໜງ​ການ​ຄ້າ ​ແລະ ການ​ບໍລິການ​ ທາງ​ດ້ານ​ການ​ເງິນ ​ແມ່ນ​ຈະ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາ​ກການ​ເຊື່ອມ​ໂຍງ​ກັບ ​ພາກ​ພື້ນ ​ແລະ ລະບົບ​ການ​ສື່ສານ ​ທີ່​ດີ​ຂຶ້ນ​ກວ່າ​ເກົ່າ.

ທ່ານ ນາງ ຊາລີ ​ເບີ​ນິງ​ແຮມ ຫົວໜ້າ​ທະນາຄານ​ໂລກ ປະຈຳ​ ສປປລາວ ​​ກ່າວ​ວ່າ: ເສດຖະກິດ​ຂອງລາວ ​ໄດ້​ມີ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ ​ໃນ​ໄລຍະ​ຜ່ານ​ມາ ​ເຊິ່ງຖື​ວ່າ​ເປັນ​ຜົນສຳ​ເລັດ ​ທີ່​ສຳຄັນ​ໜຶ່ງ, ການ​ປະຕິ​ຮູບ​ ໂດຍ​ການ​ປັບປຸງ ​ວຽກ​ງານ​ສ່ວຍ​ສາ​ອາກອນ ​ແລະ ປະສິດທິ​ຜົນ​ ທາງ​ດ້ານ​ລາ​ຍຈ່າຍ​ ຂອງ​ພາກ​ລັດ ຈະ​ສາມາດ​ສ້າງ​ຄວາມ​ເຂັ້ມ​ແຂງ ​ແລະ ຮັກສາ​ການ​ເຕີບ​ໂຕ​ ທາງ​ດ້ານ​ເສດຖະກິດ​ ໃຫ້​ຍືນ​ຍົງ ​ແລະ ​ໃຊ້​ປະ​​ໂຫຍ​ດ ຈາ​ກການ​ເຕີບ​ໂຕ​ດັ່ງກ່າວ ​ເຂົ້າ​ໃນ​ການ​ປັບປຸງ​ ການ​ບໍລິການ​ທາງ​ດ້ານ ​ສາທາລະນະ​ສຸກ, ການ​ສຶກສາ, ຄຸ​ນນະພາ​ບຊີວິດ, ສ້າງ​ໂອກາດ​ໃຫ້​ແກ່​ຄອບຄົວ ​ແລະ ຊຸມ​ຊົນ​ໃນ​ທົ່ວ​ປະ​ເທດ. ທ່ານ ນາງ ຊາລີ ​ເບີ​ນິງ​ແຮມ ກ່າວ​ຕື່ມ​​ວ່າ: ທະ​ນາຄາ​ນ​ໂລກ ​​ສະໜັບສະໜູນ​ ບາດ​ກ້າວ​ທີ່​ລັດຖະບານ  ໄດ້​ເພີ່ມງົບປະມານ ​ໃຫ້​ແກ່​ຂະ​ແໜງ​ການ​ ສາທາລະນະ​ສຸກ ຢູ່ ສປປ ລາວ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຢາກ​ໃຫ້​ເພີ່ມ​ຂຶ້ນ​ອີກ, ​ເນື່ອງ​ຈາກ​ວ່າ​ລາຍ​ຈ່າຍ​ ພາກ​ລັດ​ທັງ​ໝົດ ສຳລັບ​ຂະ​ແໜງການດັ່ງກ່າວ​ຍັງ​ຕໍ່າ ສະ​ເລ່ຍລາຍ​ຈ່າຍ​ຕໍ່​ຫົວ​ຄົນ​ ເຫັນ​ວ່າ​ຕໍ່າ​ກວ່າ​ໝູ່​ໃນ​ພາກ​ພື້ນ. ​ເຊິ່ງການ​ສື​ບຕໍ່​ເອົາ​​ໃຈ​ໃສ່​ປັບປຸງ​ ການບໍລິການ​ທາງ​ດ້ານ​ສາທາລະນະ​ສຸກ ຈະ​ສ້າງ​ໂອກາດ​ທີ່​ສົດ​ໃສ​ ໃຫ້​ແກ່​ຄົນ​ຮຸ່ນ​ນີ້ ​ແລະ ຄົນ​ຮຸ່ນ​ຫລັງ​ໃນ​ອະນາ​ຄົດ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ