ຈີນ​ມີ​ຄວາມ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ໄດ້​ດີກວ່າ​ໃນ​ພາກ​ພື້ນ​ແລະ​ສາ​ກົນ
2017-05-25 16:48:26  cri 
ຕາ​ມ​ຂ່າວ​ສານ​ຊິນ​ຮ​ວາ: ທ່ານ​ເຕວ​ຈີ​ຮິນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ສິງ​ກະ​ໂປກ່າວ​ໃນ​ພິ​ທີ​ລະ​ນຶກວັນ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ອາ​ຊີ​ຕາ​ເວັນ​ອອກ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ສິງ​ກະ​ໂປ​ຄົບ​ຮອບ 20 ປີ​ວ່າ, ຈີນ​ມີ​ຄວາມ​ສາ​ມາດ​ໃນ​ການ​ຮັກ​ສາ​​ຫົວ​ຄິດ​ປະ​ດິດ​ສ້າງຂອງ​ຕົນ ແລະ​ຈະ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ໄດ້​ດີກວ່າ​ໃນ​ພາກ​ພື້ນ​ນີ້​ແລະ​ໃນ​ເວ​ທີ​ສາ​ກົນ.

ທ່ານ​ເຕວ​ຈີ​ຮິນ​ກ່າວ​ວ່າ, ປັດ​ຈຸ​ບັນ, ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດທີ່​ສຳ​ຄັນ​ໃນ​ເວ​ທີ​ສາ​ກົນໄດ້ຫຼາຍກວ່າ ເມື່ອ​ທຽບ​ໃສ່​ອະ​ດີດ​ຜ່ານ​ມາ ໂດຍ​ເຫັນ​ໄດ້​ຈາກຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ການ​ສ້າງ​ຕັ້ງ​ທະ​ນາ​ຄານລົງ​ທຶນ​​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​ຂອງ​ຈີນ​ຈະ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ທາງ​ເສດ​ຖະ​ກິດ​ແລະ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ​ທັງ​ສາ​ມາດ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ໃນ​ພາກ​ພື້ນ​ ແລະ​ປະ​ເທດ​ທີ່​ມີ​ການ​ຮ່ວມ​ມື​ໃນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ທ່ານ​ກ່າວ​ວ່າ, ສິງ​ກະ​ໂປ​ສະ​ໜັບ​ສະ​ໜູນ​ສອງ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​ຂອງ​ຈີນ ແລະ​ຈະ​​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ໃຫ້​ແກ່​ການ​ໄປ​ມາ​ຫ​າ​ສູ່​​ທີ່ສ້າງ​ສັນ​ລະ​ຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ