​ຈີນ​ຊ່ວຍ​ມາ​ເລ​ເຊຍ​ສ້າງ​ໂຮງ​ງານ​ບຳ​ບັດ​ນ້ຳ​ເປື້ອນໃຕ້​ດິນ​ໃຫຍ່​ທີ່​ສຸດ​ຂອງ​ອາ​ຊີ
2017-05-26 11:18:03  cri 
ທ່ານ​ນາ​ຈິບ ຕູນ ຣາ​ຊັກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ຢືນ​ຢັນ​ໃນພິ​ທີ​ເປີດ​ປ້າຍ​ໂຮງ​ງານ​ບຳ​ບັດ​ນ້ຳ​​ເປື້ອນ​ປານ​ໄທ​( Pantai )​ໃນວັນ​ທີ 25 ພຶດ​ສະ​ພາ​ນີ້​ວ່າ: ​ນີ້ເປັນ​ໂຮງ​ງານ​ບຳ​ບັດ​ນ້ຳ​ເປື້ອນໃຕ້​ດິນ​ໃຫຍ່​ທີ່​ສຸດ​ໃນອາ​ຊີ ເຊິ່ງກຸ່ມ​ບໍ​ລິ​ສັດ​ນ້ຳ​ເປີຍ​ໂຄ້ງ​ຈີນ​ຈຳ​ກັດ​​ອອກ​ແບບ​ແລະ​ຮັບ​ເໝົາ​ກໍ່​ສ້າງ​ແລະເປັນ​ໂຕ​ແບບ​ໂຄງ​ການ​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ​ ແລະ​ປະ​ເທດ​ຕົນ​ສາ​ມາດ​ນຳ​ໃຊ້​ເຕັກ​ນິກ​ຈາກ​ຈີນ​​ຈົນບັນ​ລຸ​ເປົ້າ​ໝາຍ​ນຳ​ສິ່ງ​ເສດ​ເຫຼືອ​​ກັບ​ຄືນ​ມາ​ໃຊ້​ໄດ້​ອີກ.

​ຂ່າວ​ແຈ້ງວ່າ, ໂຮງ​ງານ​ດັ່ງ​ກ່າວ​ຕັ້ງ​ຢູ່​​ເມືອງ​ປານ​ໄທ​ໃນ​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ, ​ໂດຍສາ​ມາດ​ບຳ​ບັດ​ນ້ຳ​ເປື້ອນໄດ້​ສະ​ເລ່ຍ 32 ໂຕນ​ຕໍ່​ມື້ ແລະ​ເຮັດ​ໃຫ້​ປະ​ຊາ​ກອນ 1 ລ້ານ 4 ແສນ 3 ໝື່ນ​ຄົນ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ສະ​ພາບ​ແວດ​ລ້ອມ​ທີ່​ດີ. ​ສ່ວນ​ສຳ​ຄັນ​ຂອງ​ໂຮງ​ງານ​ນີ້​ໄດ້​ສ້າງ​ຢູ່​ໃຕ້​ດິນ​ ເຊິ່ງ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດຕ່າງໆ​​ເປັນ​ຕົ້ນ​ ສຽງ, ​ກິ່ນ​ເໝັນ,ນ້ຳ​ເປື້ອນ, ຂີ້​ຕົມ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ