​ເກີດ​ແຜ່ນ​ດິນ​ໄຫວ​ລະ​ດັບ 5,4 ລິກ​ເຕີ ​ຢູ່ພາກ​ເໜືອ​ຟີ​ລິບ​ປິນ
2017-05-26 11:19:28  cri 
ສະ​ຖາ​ບັນ​ຄົ້ນ​ຄວ້າ​ພູ​ໄຟ​ແລະ​ແຜ່ນ​ດິນ​ໄຫວ​ຟີ​ລິບ​ປິນ​ແຈ້ງວ່າ: ຄືນ​ວັນ​ທີ 25 ພຶດ​ສະ​ພາ​ນີ້​ຢູ່​ແຂວງ​ຈາມ​ປາ​ເລັ​ສ ພາກ​ກາງ​ເກາະ​ລູ​ຊອນ​ປະ​ເທດ​ຟີ​ລິບ​ປິນ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​​ລະ​ດັບ 5,4 ລິກ​ເຕີ​ໂດຍຢູ່​ນະ​ຄອນຫຼວງ​ມະ​ນິ​ລາ​ແລະ​ແຫ່ງ​ອື່ນໆ​ມີ​ຄວາມ​ຮູ້​ສຶກ​ເຖິງ​ແຮງ​ສັ່ນ​ສະ​ເທືອນ​ທີ່​ຮຸນ​ແຮງ.

ແຜ່ນ​ດິນ​ໄຫວ​ໄດ້ເກີດ​ຂຶ້ນ​ໃນ​ເວ​ລາ 22 ໂມງ 27 ນາ​ທີ​​ຂອງວັນ​ທີ 25 ພຶດ​ສະ​ພາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ​ໂດຍຈຸດ​ໃຈ​ກາງ​ແຜ່ນ​ດິນ​ໄຫ​ວ​ຫ່າງ​ຈາກ​ນະ​ຄອນຫຼວງ​ມະ​ນີ​ລາ 86 ກິ​ໂລ​ແມັດ​ແລະເລິກ​ລົງ​ໃຕ້​ດິນ 78 ກິ​ໂລ​ແມັດ ​ທັງ​ນີ້​ເຈົ້າ​ໜ້າ​ທີ່​ສະ​ຖາ​ບັນ​ຄົ້ນ​ຄວ້າ​ພູ​ໄຟ​ແລະ​ແຜ່ນ​ດິນ​ໄຫວ​ຟີ​ລິບ​ປິນ​ຢືນ​ຢັນ​ວ່າ: ຈະ​ບໍ່​ເກີດ​ຄື້ນ​ຊຶ​ນາ​ມີຢ່າງ​ແນ່ນອນ. ປັດ​ຈຸ​ບັນ​ກໍ​ບໍ່​ມີ​ການ​ລາຍ​ງານ​​ວ່າມີ​ຄົນ​ເສຍ​ຊີ​ວິດຫຼື​ບາດ​ເຈັບ​ລວມ​ທັງ​ຜົນ​ເສຍ​ຫາຍ​​ຕໍ່​ຊັບ​ສິນ​ແຕ່​ປະ​ການ​ໃດ.

ຟີ​ລິບ​ປິນ​ຕັ້ງ​ຢູ່​ແຖບ​ແຜ່ນ​ດິນ​ໄຫວ​ພູ​ໄຟ​ອ້ອມ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ເຊິ່ງໄລ​ຍະ​ນີ້​ມັກ​ເກີດ​ແຜ່ນ​ດິນ​ໄຫວ​ໃນ​ລະ​ດັບ​ປານ​ກາງ​ແລະ​ຮຸນ​ແຮງ​ເລື້ອຍໆ​ດັ່ງ​ເມື່ອຕອນ​ຮຸ່ງ​ເຊົ້າ​ວັນ​ທີ 29 ເມ​ສາ​ຜ່ານ​ມາ, ​ຢູ່ເຂດ​ທະ​ເລ​ໃກ້​ເກາະ​ມິນ​ດາ​ນາວ ພາກ​ໃຕ້​ປະ​ເທດ​ນີ້​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ລະ​ດັບ 7,2 ລິກ​ເຕີ​ແລະ​ໄດ້ເກີດ​ແຮງ​ສັ່ນ​ສະ​ເທືອນ​ຕາມ​ມາຫຼາຍ​ຄັ້ງ ເຊິ່ງ​ເຮັດ​ໃຫ້​ສອງ​ຄົນ​ບາດ​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ