ກຳ​ມະ​ກອນໄຟ​ຟ້າ​ເຮັດ​ວຽກ​ຢູ່​ກາງ​ຫາວ​ສູງ 100 ແມັດ
2017-05-26 16:25:08  cri 

ໜ້າ​ວຽກ​ປະ​ຈຳ​ທີ່ກຳ​ມະ​ກອນ​ສ້ອ​ມ​ແປງ​ສາຍ​ໄຟ​ຟ້າ​ຂອງ​ບໍ​ລິ​ສັດ​ໄຟ​ຟ້າ​ກໍ​ຄື​ຈະ​ເຮັດ​ວຽກ​ຢູ່​ກາງ​ຫາວ​ທີ່ສູງ​ຈາກ​ໜ້າ​ດິນ​ແຕ່ຫຼາຍ​ສິບ​ແມັດ​​ເຖິງ​ຮ້ອຍ​ແມັດເພື່ອກວດ​ກາ​ແລະ​ສ້ອມ​ແປງ​ສາຍ​ໄຟ​ຟ້າ. ໃນປີ​ໜຶ່ງຫຼື 365 ມື້, ຢ່າງ​ໜ້ອຍ​ມີ 200 ກວ່າ​ມື້,ກຳ​ມະ​ກອນ​ເຫຼົ່າ​ນີ້​ຕ້ອງ​ໄປ​ເຮັດ​ວຽກ​​ນຳສາຍໄຟ​ຟ້າ​ຢູ່​ບ່ອນ​ສູງ. ບໍ່​ວ່າ​ຈະ​ເປັ​ນ​​ຟ້າ​ຝົນ​ລົມ​​ແຮງ,ຫິ​ມະ​ຕົກ, ​ແດດ​ກ້າຫຼື​ໜາວ​ແຮງ, ເຂົາ​ເຈົ້າ​ກໍ​​ໄດ້ເອົາ​ໃຈ​ໃສ່​​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ສາຍ​ໄຟ​ຟ້າ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ ອັນ​ໄດ້​ຮັບ​ປະ​ກັນໃຫ້​ແກ່ການ​ໃຊ້​ໄຟ​ຟ້າ​ເປັນ​ປົກ​ກະ​ຕິ​ຂອງ​ທຸກໆ​ຄອບ​ຄົວ. ເວ​ລາ​ຍ່າງ​ຢູ່​ກາງ​ຫາວ, ສອງ​ມື​ຕ້ອງ​ຈັບ​ສາຍ​ກາບ​ໄຟ​ຟ້າ​​ແລ້ວຄ່ອຍໆ​ຍ່າງ​ໄປ​ໜ້າ​ແລະເທື່ອ​ໃດ​​ຕ້ອງ​ໄດ້ຍ່າງ​​ເຖິງ​ກິ​ໂລ​ແມັດ​ເຮັດ​ໃຫ້​ຊົບມື​ຂາດ​ແລະ​ຈາກ​ນີ້​ໃນ​ການ​ເຮັດ​ວຽກ​ແຕ່​ລະ​ເທື່ອ​​ຕ້ອງ​ໄດ້ໃຊ້​​ຊັບ​ມື 3-4 ຄູ່​ເປັນ​ຢ່າງ​ໜ້ອຍ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ