ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາ​ການ​ບິນ​ພົນ​ລະ​ເຮືອນ​ຈີນປີ 2017 ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ
2017-05-26 17:07:01  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາ​ການ​ບິນ​ພົນ​ລະ​ເຮືອນຈີນ​ປີ 2017 ​ໄດ້ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 25 ພຶດ​ສະ​ພາ​ນີ້ ໂດຍເນັ້ນຫົວ​ຂໍ້​ "ກຸ່ມ​ຕົວ​ເມືອງ​ແລະ​ກຸ່ມ​ສະ​ໜາມ​ບິນໃນ​ຍຸກ​ອິນ​ເຕີ​ເນັດ:ການ​ເຊື່ອ​ມ​ຈອດ​​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ການ​ບິນ​ຂອງ​ໂລກເທື່ອ​ໃໝ່"  ​ຕະ​ຫຼອດ 2 ວັນ, ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່ຄົ້ນ​ຄວ້​າ​ປຶກ​ສາ​ຫາ​ລື​ການ​​ຊຸກ​ຍູ້​ການ​ຮ່ວມ​ມື​ສ​າ​ກົນ​ຂອງ​ຂະ​ແໜງ​ການ​ການ​ບິນ​ໂລກ,ການ​ກຳ​​ໂອ​ກາດ​ການ​ພັດ​ທະ​ນາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໃນ​ຍຸກ​ອິນ​ເຕີ​ເນັດແລະ​ຫົວ​ຂໍ້​ອື່ນ​ໆ.

ປັດ​ຈຸ​ບັນ, ຂົງ​ເຂດ​ການ​ບິນ​ຂອງ​ຈີນ​ຍັງ​​ຂາດຊັບ​ພະ​ຍາ​ກອນ​ຢ່າງ​ໜັກ​ໜ່ວງ, ​ພື້ນ​ຖານ​ໂຄງ​ລ່າງ​ຫຼ້າ​ຫຼັງ ເຊິ່ງ​ໄດ້​ກາຍ​ເປັນ​ສິ່ງ​ຈຳ​ກັດ​ຕໍ່​ການ​ສ້າງ​ກຸ່ມ​ສະ​ໜາມ​ບິນ​ລະ​ດັບ​ໂລກ​.ຈາກ​ນີ້,ທ່ານ ເຟີງ​ເຈີ້ງ​ລິນ ຫົວ​ໜ້າ​ກົມ​ການ​ບິນ​ພົນ​ລະ​ເຮືອນ​ຈີນ​ຈຶ່ງ​ເຫັນ​ວ່າ: ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ປະ​ສານ​ງານ​ແມ່ນ​ຈຸດ​​ສຳ​ຄັນ​ໃນ​ການ​ສ້າງ​ກຸ່ມ​ສະ​ໜາມ​ບິນ​ລະ​ດັບ​ໂລກ. ຂະ​ນະ​ທີ່​ຜູ້​ແທນທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ກໍກ່າວ​ວ່າ: ໃນ​ອະ​ນາ​ຄົດ,ຄຽງ​ຄູ່​ກັບ​ການ​ເພີ່​ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການ​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ການ​ບິນ​ພົນ​ລະເຮືອນ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລ້ວ​ຈຳ​ເປັນ​ຕ້ອງ​ໄດ້ຫັນ​ຄວາມ​ມຸ່ງ​ຫວັງ​ທີ່​ດີ​ດັ່ງ​ກ່າວ​ເປັນ​ການ​ກະ​ທຳ​ຕົວ​ຈິງ ແລະ​ພ້ອມຈະ​ສ້າງ "ເສັ້ນ​ທາງ​ສາຍ​ໄໝ"ທາງ​ອາ​ກາດ​ເພື່ອ​ການ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ພາກ​ພື້ນ​ກັບ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ