ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ຊຸ​ຣາ​ບາ​ຢາ​​ອິນ​ໂດ​ເນ​ເຊຍມອບ​ປຶ້ມ​ແລະ​​ອຸ​ປະ​ກອນ​ກາ​ນ​ຮຽນ​ໃຫ້​ແກ່​ແຂວງ​ຈາ​ວາ​ຕາ​ເວັນ​ອອກ
2017-05-26 17:09:33  cri 
ວັນ​ທີ 24 ພຶດ​ສະ​ພາ​ນີ້​ຢູ່​ສຸ​ເຫຼົ່າ​ອິ​ສ​ລາມ​ເຈີ້ງ​ເຮີ​ຊຸ​ຣາ​ບາ​ຢາ, ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ຊຸ​ຣາ​ບາ​ຢາ​ປະ​ເທດອິນ​ໂດ​ເນ​ເຊຍ​ໄດ້​ມອບ​ປຶ້ມ,ຮ້ານ​ປຶ້ມ​ແລະ​ອຸ​ປະ​ກອນ​ການ​ຮຽນຕ່າງໆ​ເປັນ​ຄັ້ງ​ທີ 4 ​ໃຫ້​ແກ່​ສູນ​ອົບ​ຮົມສາ​ສະ​ໜາ​ມຸ​ສ​ລິມ 10 ແຫ່ງ​ຂອງ​ແຂວງ​ຈາ​ວາ​ຕາ​ເວັນ​ອອກ.

ທ່ານ ກູ້​ຈິງ​ຊີ ກົງ​ສຸນ​ໃຫຍ່​ຂອ​ງ​ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ຊຸ​ຣາ​ບາ​ຢາ​​ກ່າວ​ໃນ​ໂອ​ກາດເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວວ່າ: ​ຜ່ານ​ມາ​ໄດ້​ຈັດ​ກິດ​ຈະ​ກຳ 3 ປີ​ລຽ​ນ​ຕິດແລ້ວ​ໂດຍ​ໄດ້​ມອບປຶ້ມ 25.000 ເຫຼັ້ມ​ໃຫ້​ແກ່​ໂຮງ​ຮຽນ​ແລະ​ສູນ​ອົບ​ຮົມ​ສາສະ​ໜາ​ມຸ​ສ​ລິມ​ເກືອບ 40 ແຫ່ງ​ຢູ່​ທ້ອງ​ຖິ່ນ​. ທັງ​ນີ້​ກໍເພື່ອ​ຊຸກ​ຍູ້ແລະ​ສົ່ງ​ເສີມ​ນ້ຳ​ໃຈ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ​​ທັງ​ເປັນ​ການເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ແລະ​ການ​ສຶກ​ສາ​ແລະ​ເຮັດ​ໃຫ້​ໂຮງ​ຮຽນ​ທ້ອງ​ຖິ່ນ​​ໄດ້​ມີ​ປຶ້ມ​ອ່ານເພີ່ມ​ຫຼາຍ​ຂຶ້ນ. ປະ​ທານ​ສະ​ຫະ​ພັນ​ມຸ​ສ​ລິມ​ອິນ​ໂດ​ເນ​ເຊຍ​ສາ​ຂາ​ຈາ​ວາ​ຕາ​ເວັນ​ອອກ​ກ່າວ​ວ່າ: ກິດ​ຈະ​ກຳ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ໄດ້​ເຮັດ​ໃຫ້​ການເຊື່ອມ​ສານ​ຈິດ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ​ໃຫ້ໃກ້​ຊິດ​​ກັນ​ຫຼາຍຂຶ້ນ​ເທົ່າ​ນັ້ນ,ແຕ່​ຍັງ​ເປັນ​ແບບ​ຢ່າງ​ຂອງ​ການ​ຊ່ວຍ​ເຫຼືອ​ແລະ​ຄວາມ​ກ້າວ​ໜ້າ​ຮ່ວມ​ກັນ​ລະ​ຫວ່າງ​ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ