ລີ​ຈຸງ​ເວ ນັກ​ກິ​ລາ​ດອກ​ປີກ​ໄກ່​ມາ​ເລ​ເຊຍ​ເສຍ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ແລ້ວ
2017-05-26 10:45:23  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ສ​ະ​ຫະ​ພັນ​ດອກ​ປີກ​ໄກ່​ໂລກ​ທີ່​​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ປະ​ເທດ​ມາ​ເລ​ເຊຍ​ໄດ້​ເປີດ​ເຜີຍ​ການ​​ຈັດ​ອັນ​ດັບ​ນັກ​ກິ​ລາ​ຕີ​ດອກ​ປີກ​ໄກ່​ລາຍ​ຕ່າງໆ​ໃນ​ວັນ​ທີ 25 ເດື​ອນ​ນີ້ ເຊິ່ງ​ປະ​ເພດ​ຊາຍ​ດ່ຽວ​ຊຸນ​ວັນ​ໂຮ​ຈາກສ.ເກົາຫຼີ​ຂຶ້ນ​ມາເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ ​ແທນ​ລີ​ຈຸງ​ເວ​ຈາກ​ມາ​ເລ​ເຊຍ ແລະ​ໄດ້​ປ່ຽນ​ສະ​ຖາ​ນະ​ການ​ທີ່​ລີ​ຈຸງ​ເວ, ລິນ​ຕານ​ແລະ​ເສິນຫຼົງ​​ປ່ຽນ​ກັນ 3 ຄົນ ຂຶ້ນຄອງ​ອັນ​ດັບ​ໜຶ່ງ​ມາ​ໂດຍ​ຕະຫຼອດ.

​ຜົນ​ການ​ປະ​ກາດ​ຄະ​ແນນຫຼ້າ​ສຸດປາ​ກົດ​ວ່າ, ຊຸນ​ວັນ​ໂຮ​ໄດ້ 70277 ຄະ​ແນນ ຫຼາຍກວ່າລີ​ຈຸງ​ເວ ທີ່​ມີ​ພຽງ​ແຕ່ 69270 ຄະ​ແນນ​ເທົ່າ​ນັ້ນ ແລະ​ເຮັດ​ໃຫ້​ຊຸນ​ວັນ​ໂຮ ນັກ​ກິ​ລາ​ອາ​ຊີບ​​ຈາກສ.ເກົາຫຼີ​ທີ່​ອາ​ຍຸ 29 ປີ ຂຶ້ນ​ມາເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ເປັນ​ຄັ້ງ​ທຳ​ອິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ