ໂຄງ​ການທໍ່​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັ​ສ​ທຳ​ມະ​ຊາດ​ຈີນ-ມຽນ​ມາ​​ວ່າໄດ້​ຈ້າງ​ພະ​ນັກ​ງານ​ມຽນ​ມາ​ເຖິງ 75%
2017-05-26 11:07:09  cri 
ຕາມ​ຂ່າວ​ສານ​ຈີນ: ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັ​ສ​ທຳ​ມະ​ຊາດ​ຈີນ​ໄດ້​ເຜີຍ​ແຜ່ "ບົດ​ລາຍ​ງານ​ໜ້າ​ທີ່​ຕໍ່​ສັງ​ຄົມ​ຂອງວິ​ສາ​ຫະ​ກິດ​​​ທໍ່​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັ​ສ​ທຳ​ມະ​ຊາດ​ຈີນ-ມຽນ​ມາ" ຢູ່​ນະ​ຄອນ​ຢາງ​ກຸງ​ປະ​ເທດ​ມຽນ​ມາ​ໃນ​ວັນ​ທີ 25 ເດືອນ​ນີ້​ວ່າ, ໂຄງ​ການ​ດັ່ງ​ກ່າວ​ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ມຽນ​ມາ​ຢ່າງຫຼວງຫຼາຍ ​ໂດຍ​ໄດ້​ຈ້າງ​ພະ​ນັກ​ງານກວມເຖິງ 75%.

ທ່ານ​ວາງ​ຈື້​ກ່າງ ເລ​ຂາ​ທິ​ການ​ຄະ​ນະ​ປະ​ທານ ທັງ​ເປັນ​ຫົວ​ໜ້າ​ຫ້ອງ​ການ​ກຸ່ມ​ບໍ​ລິ​ສັດ​ດັ່ງ​ກ່າວ​ເປີດ​ເຜີຍ​ວ່າ, ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​​ມື້​ລົງ​ມື​ກໍ່​ສ້າງ​ຈົນ​ເຖິງ​ປັດ​ຈຸ​ບັນ, ໂຄງ​ການ​ດັ່ງ​ກ່າວ​ໄດ້​ປະ​ກອ​ບ​ສ່ວນ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ຂອງ​ທ້ອງ​ຖິ່ນ​ຢ່າງຫຼວ​ງຫຼາຍ ແລະ​ ​ບໍ​ລິ​ສັດ​ກໍ​ໄດ້​ພະ​ຍາ​ຍາມ​ຮັກ​ສາຄວາມ​ປອດ​ໄ​ພ​ໃນ​ການ​ຜະ​ລິດ, ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ອົບ​ຮົມ​ກໍ່​ສ້າງ​ພະ​ນັກ​ງານ ແລະ​​ຊ່ວຍ​ເຫຼືອສັງ​ຄົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ