​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້​ GDP ຂອງ​ສິງ​ກະ​ໂປ​​ເພີ່ມ​ຂຶ້ນ 2,7%
2017-05-26 11:13:57  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ​ກະ​ຊວງ​ການ​ຄ້າ​ແລະ​ອຸດ​ສາ​ຫະ​ກຳ​ສິງ​ກະ​ໂປ​​ເປີດເຜີຍ​ໃນ​ວັນ​ທີ 25 ເດືອນ​ນີ້ ​ວ່າ, ​ເຖິງວ່າ​ລວມຍອດ​​ຜະ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ 2,7% ແຕ່​ກໍ​ຍັງ​ຕ່ຳ​ກວ່າ​ຈັງ​ຫວະ​ເຕີບ​ໂຕໃນ​ໄຕ​ມາດ​ທີ 4 ຂອງ​ປີ​ຜ່ານ​ມາ​ທີ່​ບັນ​ລຸ 2,9%.

​ຈາກ​ນີ້​ຈິ່ງ​ເຫັນ​ວ່າ, ເສດ​ຖະ​ກິດ​ຂອງ​ສິງ​ກະ​ໂປ​ໄດ້ຫຼຸດ​ລົງ 1,3% ເມື່ອ​ທຽບ​ໃສ່​ໄຕ​ມາດ​ທີ 4 ຂອງ​ປີ​ຜ່ານ​ມາ, ແຕ່​ກໍດີກວ່າທີ່​ຕັ້ງໄວ້​ລ່ວງ​ໜ້າ1,9%.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຄ້າ​ແລະ​ອຸດ​ສາ​ຫະ​ກຳ​ກ່າວ​ວ່າ, ຂະ​ແໜງ​ການ​ຜະ​ລິດ​​ໄດ້ເປັນ​ເສົາ​ຄ້ຳ​ທີ່​ຮັບ​ປະ​ກັນ​​ເຮັດ​ໃຫ້ GDP ໃນ​ໄຕ​ມາດ​ທີ​ໜຶ່ງ ​ເຕີບ​ໂຕເພີ່ມ​ຂຶ້ນ 8%. ຂະ​ແໜງ​ການ​ຂົນ​ສົ່ງ​ແລະ​​ລະ​ບົບ​ສາງ​ໄດ້​ເພີ່ມ​ຂຶ້ນ 4,2% ແລະ​ເປັນ​ອັນ​ດັບ​ 2, ແຕ່​​ຕ່ຳກວ່າ​ຈັງ​ຫວະ​ເຕີບ​ໂຕ​ທີ່​ຕັ້ງ​ໄວ້ໃນ​ໄຕ​ມາດ​ກ່ອນ 5,4%. ເຈົ້າ​ໜ້າ​ທີ່​ກະ​ຊວງ​ດັ່ງ​ກ່າວເຫັນ​ວ່າ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຄ້າ​ ເຊັ່ນ: ຂະ​ແໜງ​ການ​ຜະ​ລິດ, ຂະ​ແໜງ​ກາ​ນ​ຂົນ​ສົ່ງ​ແລະລະ​ບົບ​ສາງ ແລະ​ອື່ນໆ ຈະ​ສືບ​ຕໍ່​ເປັນ​ເສົາ​ຄ້ຳ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ