ກອງ​ປະ​ຊຸມສຸດຍອດກຸ່ມ 7 ປະ​ເທດ​ອອກ​ຖະ​ແຫຼງ​ຮ່ວມ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ
2017-05-27 10:41:20  cri 
ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 7 ປະ​ເທດ​ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ຕາວ​ມີ​ນາ ປະ​ເທດ​ອີ​ຕາ​ລີ​ໃນ​ວັນ​ທີ 26 ພຶດ​ສະ​ພາ​ນີ້​ ​ໂດຍ​ຜູ້​ນຳ 7 ປະ​ເທດ​ຄື ອາ​ເມ​ລິ​ກາ,ເຢ​ຍ​ລະ​ມັນ,ອັງ​ກິດ, ຝ​ຣັ່ງ,ອີ​ຕາ​ລີ, ກາ​ນາ​ດາ​ແລະ​ຍີ່​ປຸ່ນ​ເຂົ້າ​ຮ່ວມຕະຫຼອດ 2 ມື້,ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຈະ​ເນັ້ນ​ຫາ​ລື​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ແລະ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ເປັນ​ສຳ​ຄັນ​ແລະ​ເລັ່ງ​ດ່ວນທີ່​ສຸດ.

ຫຼັງ​ຫາ​ລື​ໃນ​ມື້​ທຳ​ອິດ,  ​ທີ່​ປະ​ຊຸມ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມໂດຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ສຸມ​ໃສ່​ຕໍ່​ຕ້ານ​ລັດ​ທິ​ກໍ່​ກາ​ນ​ຮ້າຍ​ຢ່າງ​ແຂງ​ແຮງ ແລະ 7 ປະ​ເທດ​ຈະ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ ​ປ້ອງ​ກັນ,ສືບ​ສວນ​ແລະ​ກ່າວ​ຟ້ອງ​ກຸ່ມ​ກໍ່​ກາ​ນ​ຮ້າຍ​ພ້ອມ​ຜູ້​ສະ​ໜັບ​ສະ​ໜູນ ທັງ​ຈະ​ຍົກ​ລະ​ດັບ ​ຕ້ານ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່​ແລະ​ເຂັ້ມ​ແຂງ​ຕື່ມ​ອີກ. ​ຂະ​ນະ​ດຽວ​ກັນ,ຜູ້​ນຳ 7 ປະ​ເທດ​ດັ່ງ​ກ່າວ​ຍັງ​ໃຫ້​ສັນ​ຍາ​ວ່າ ຈະໃຊ້​ມາດ​ຕະ​ການ​ທີ່​ເດັດ​ຂາດ​ປາບ​ປາມ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ທາງ​ອິນ​ເຕີ​ເນັດ​​ແລະໃຊ້​ມາດ​ຕະ​ການ​ຄວບ​ຄຸມ​​ບໍ່​ໃຫ້​ຜູ້​ປະ​ກອບ​ອາ​ວຸດ​ຕ່າງ​ປະ​ເທດ​ຈາກ​ເຂດ​ປະ​ທະ​ກັນ​​ກະ​ຈາຍ​ອອກ​ສູ່​ພາຍນອກ, ພ້ອມທັງໃຊ້​ມາດ​ຕະ​ການ​ຕັດ​ແຫຼ່ງ​ທຶນ​ແລະ​ຊ່ອງ​ທາງ​ລະ​ດົມ​ທຶນ​ສະ​ໜັບ​ສະ​ໜູນ​ການ​ກໍ່​ການ​ຮ້າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ