ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ຢືນ​ຢັນ​ວ່າ​ຣັດ​ເຊຍ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ສຳ​ຄັນ​ໃນ​ການ​ຮ່ວມ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-05-27 10:58:40  cri 
ຫຼັງ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ເຊີ​ເກ ລັ​ຟ​ຣົ​ຟ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ຢູ່​ນະ​ຄອນຫຼວງ​ມົ​ສ​ກູ​ໃນ​ວັນ​ທີ 26 ພຶດ​ສະ​ພາ​ນີ້, ທ່ານ​ຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນແລະ​ທ່ານ​ລັ​ຟ​ຣົ​ຟ​​ໄດ້​ຮ່ວມ​ກັນຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ໂດຍ​ຢືນ​ຢັນ​ວ່າ ຈີນ​ຖື​ຣັດ​ເຊຍ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ສຳ​ຄັນ​ໃນ​ການ​ຮ່ວມ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ທ່ານ​ຫວາງ​ຢີ້​ກ່າວ​ວ່າ: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ​ໄດ້​ເດີນ​ທາງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ຢູ່​ຈີນກ່ອນ​ໜ້າ​ນີ້​ບໍ່​ດົນ ​ນັ້ນ​ໄດ້​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ເຮັດໃຫ້​ກອງ​ປະ​ຊຸມ​ປະ​ສົບ​ຜົນ​ສຳ​ເລັດ. ປັດ​ຈຸ​ບັນ, ​ການ​ເຊື່ອມ​ຕໍ່​​ລະ​ຫວ່າງ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ກັບ​ສະ​ຫະ​ພັນ​ເສດ​ຖະ​ກິດ​ເອີ​ຮົບ-ອາ​ຊີ​ກຳ​ລັງ​ໄດ້​ຮັບ​ການ​ ປະ​ຕິ​ບັດ​ຢ່າງ​ໜັກ​ແໜ້ນ ແລະ​ສອງ​ຝ່າຍ​ກຳ​ລັງ​ຫາ​ລື​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ແລະ​ຫວັງ​ຈະ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ໄວ​ເພື່ອ​ສ້າງ​ໃຫ້​ເກີດ​ຜົນ​ສຳ​ເລັດ​ທີ່​ເປັນ​ຮູບ​ປະ​ທຳ.

ທ່ານ​ຫວາງ​ຢີ້​ຢືນ​ຢັນ​ວ່າ ຍຸດ​ທະ​ສາດ​ຄວາມ​ໝັ້ນ​ຄົງ​ເສດ​ຖະ​ກິດ​ຣັດ​ເຊຍ 2030 ທີ່​ ເຜີຍ​ແຜ່​ ກ່ອນ​ໜ້າ​ນີ້​ບໍ່​ດົນ​ນັ້ນ​ກົງ​ກັນ​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ເຊິ່ງ​ລວມ​ທັງ "​ເປົ້າ​ໝາຍ​ 100 ປີ 2 ​ເຫດ​ການ"(ຄື​ເປົ້າ​ໝາຍ​ສ້າງ​ສັງ​ຄົມ​ອິ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຮອບ​ດ້ານ​ໃນ​ໂອ​ກາດ​ວັນສ້າງ​ຕັ້ງ​​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ ແລະ​ສ້າງ​ຈີນ​ໃຫ້​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ ​ຮັ່ງ​ມີ​ເຂັ້ມ​ແຂງ,ປະ​ຊາ​ທິ​ປະ​ໄຕ,​ສີ​ວິ​ໄລ​ແລະ​ປອງດອງ​ໃນ​​ໂອ​ກາດ​ວັນສະ​ຖາ​ປະ​ນາ​​ສ​ປ​ຈີນຄົບ​ຮອບ 100 ປີ) ,ຂະ​ນະ​ດຽວ​ກັນ​ກໍ​ຍິນ​ດີ​ຮ່ວມ​ກັບ​ຣັດ​ເຊຍ​ສືບ​ຕໍ່​ເຮັດ​ໃຫ້​​ເປົ້າ​ໝາຍ​ພັດ​ທະ​ນາ​ໃນ​ໄລ​ຍະ​ຍາວຂອງ​ສອງ​ປະ​ເທດ​ເຊື່ອ​ມຈອດ​ກັນ​ຕື່ມ​ອີກ​ເພື່ອ​ເພີ່ມ​ພະ​ລັງ​ແຮງ​ໃໝ່​ເຂົ້າ​ໃນ​ການ​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ຂອງ​ສອງ​ປະ​ເທດໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ