ອາ​ຄານ​ສູງ​ອັນ​ດັບ 2 ຂອງ​ມາ​ເລ​ເຊຍ​ທີ່​ບໍ​ລິ​ສັດ​ຈີນ​ຮັບ​ເໝົາ​ກໍ່​ສ້າງ​ນັ້ນ​ໄດ້​ສຳ​ເລັດ​ການ​ກໍ່​ສ້າງ​ດາດ​ຟ້າ
2017-05-27 11:02:58  cri 
ບໍ​ລິ​ສັດກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ​ຈຳ​ກັດຫຼືCRCC​ແຈ້ງ​ໃຫ້​ຊາບ​ວ່າ: ໂຮງ​ແຮມFour Seasons ​ສູງ 342,5 ແມັດເຊິ່ງ​ເປັນ​ອາ​ຄານ​ສູງ​ອັນ​ດັບ 2 ຂອງ​ມາ​ເລ​ເຊຍ​ທີ່​ບໍ​ລິ​ສັດ​ຕົນ​ຮັບ​ເໝົາ​ກໍ່​ສ້າງ​ນັ້ນ​ໄດ້​ສຳ​ເລັດ​ການ​ກໍ່​ສ້າງ​ດາດ​ຟ້າ​ແລ້ວ​ໃນ​ວັນ​ທີ 26 ພຶດ​ສະ​ພາ​ນີ້.

ບໍ​ລິ​ສັດCRCC​ ​ໄດ້ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ກໍ່​ສ້າງ 20 ກວ່າ​ໂຄງ​ການເປັນ​ຕົ້ນ ທາງ​ລົດ​ໄຟ,ທາງຫຼວງ, ອາ​ຄານ​ແລະ​ອື່ນໆ. ສຳ​ລັບ​ທົ່ວ​ບໍ​ລິ​ເວນ​ລຽບ​ຕາມ​"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ບໍ​ລິ​ສັດ​ດັ່ງ​ກ່າວ​ກໍ​ໄດ້​ຕັ້ງ​ສຳ​ນັກ​ງານແລະ​ໄດ້​ປະ​ຕິ​ບັດ​ໂຄງ​ການ ​ຢູ່ 41 ປະ​ເທດ​ເຊິ່ງ​​ກວມ​ເອົາ​ທັງ​ທາງ​ລົດ​ໄຟ,ທາງຫຼວງ,ສະ​ໜາມ​ບິນ,ທ່າ​ກຳ​ປັ່ນ​ແລະ​ອື່ນໆ. ປີ 2016 ຜ່ານ​ມາ, ບໍ​ລິ​ສັດ​ນີ້​ໄດ້​ເຊັນ​ສັນ​ຍາ​ໃໝ່​ກ່ຽວ​ກັບ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ທີ່​ມີ​ມູນ​ຄ່າ4 ຕື້ກວ່າ​ໂດ​ລ​າ​ສະ​ຫະ​ລັດ ແລະ​ມີ​ຜົນ​ກຳ​ໄລ 2 ຕື້ກວ່າ​ໂດ​ລ​າ​ສະ​ຫະ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ