ກິດ​ຈະ​ກຳ​ພິ​ເສດ "ລຽບ​ຕາມ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ,ເລົ່າ​ເລື່ອງ​ເມືອງຈີນ"​ຄັ້ງ​ທີ2
2017-05-27 15:56:20  cri 

 

ກິດ​ຈະ​ກຳ​ພິ​ເສດ "ລຽບ​ຕາມ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ,ເລົ່າ​ເລື່ອງ​​ເມືອງ​ຈີນ"​ ​ຄັ້ງ​ທີ 2 ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ​ໂດຍ​ ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຕໍ່​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ຈີນ​ແລະ​ກຸ່ມ​ບໍ​ລິ​ສັດ​ຄາ​ນີ​ວານ(CarnivalCorporation) ​ເປັນ​ເຈົ້າ​ພາບຮ່ວມ​ນັ້ນ​ໄດ້​ຈັດ​ຂຶ້ນ​ໂດຍ​ເລີ່ມ​ຈາກ​ທ່າ​ກຳ​ປັ່ນ​ນາ​ໂປ​ລີ ປະ​ເທດ​ອີ​ຕາ​ລີ​ຫາ​ທ່າ​ກຳ​ປັ່ນ​ປີ​ເຮ​ເອ​ອຸ​ສ ປະ​ເທດ​ເກ​ຣັກ​​ແຕ່​ວັນ​ທີ 21-25 ພຶດ​ສະ​ພາ​ນີ້​. ໃນ​ກິດ​ຈະ​ກຳ​ດັ່ງ​ກ່າວ, ສິ​ລະ​ປິນ​ຈາກ​ຄະ​ນະ​ດົນ​ຕີ​ພື້ນ​ເມືອງ​ສູນ​ກາງ​ຈີນ​ໄດ້​ຂຶ້ນ​ສະ​ແດງ​ການ​ບັນ​ເລງ​ດົນ​ຕີ​ພື້ນ​ເມືອງ​ຢູ່​ເທິງ​ກຳ​ປັ່ນ​ "Majestic princess"ເປັນ​ເທື່ອ​ທຳ​ອິດ​​ເພື່ອ​ສະ​ແດງ​ໃຫ້​ເຫັນເລື່ອງ​ລາວ​ເສັ້ນ​ທາງ​ສາຍ​ໄໝ​ພາຍ​ໃຕ້​ຫົວ​ຂໍ້ "ເສັ້ນ​ທາງ​ສາຍ​ໄໝ​,ດົນ​ຕີ".

ໃນ 1 ເດືອນ​ຕໍ່​​ໜ້າ, ​ຈະ​ສືບ​ຕໍ່​ຈັດກິດ​ຈະ​ກຳ​ດັ່ງ​ກ່າວ​ຂຶ້ນ​​ດ້ວຍ​ຮູບ​ການ​ຕ່າງໆ​ເພື່ອ​ສ່ອງ​ແສງ​ໃຫ້​ເຫັນວັດ​ທະ​ນະ​ທຳ​​ທີ່​ເປັນ​ມູນ​ເຊື້ອ​ແລະ​ດີ​ງາມ​ຂອງ​ຈີນ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ