ເປີດ​ຖ້ຽວ​ບິນ​​ຄຸນ​ມິງ-​ມະນີ​ລາ
2017-05-27 16:08:15  cri 
ວັນ​ທີ 26 ພຶດ​ສະ​ພາ​ນີ້, ຖ້ຽວ​ບິນ​​ຄຸນ​ມິງ ສ​ປ ​ຈີນ​-​ນະ​ຄອນ​ຫຼວງ​ມະ​ນີ​ລາ ປະ​ເທດ​ຟີ​ລິບ​ປີນ​ໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາ​ງ​ການ. ແລະ​ນັບ​ວ່າ​ເປັນ​ຖ້ຽວ​ບິນ​ສາຍ​ທຳ​ອິດ​. ໂດຍ​ຈະ​ບິນ​ໃນ​ວັນ​ຈັນ​ແລະ​ວັນ​ສຸກ​ຂອງ​ທຸກ​ອາ​ທິດ.

ມະ​ນີ​ລາ​ແມ່ນ​ເມືອງ​ທ່າ​ກຳ​ປັ່ນໃຫຍ່​​ທີ່​ສຸດ​ທັງແມ່ນ​ໃຈ​ກາງ​ທາງ​ການ​ເມືອງ​ແລະ​ເສດ​ຖະ​ກິດ​ຂອງ​ຟີ​ລິບ​ປີນ, ​ແລະ​ກໍ​ຖືກ​ຂະ​ໜານ​ນາມ​ວ່າ "ນິວຢອກ​ຂອງ​ອາ​ຊີ". ການ​ເປີດ​ຖ້ຽວ​ບິນ​​ຄຸນ​ມິງ​-​ມະ​ນີ​ລາ, ຈະ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ກັບ​ຟີ​ລິບ​ປີນ, ທັງ​ສົ່ງ​ຜົນ​ດີ​ຕໍ່​ແຂວງ​ຢຸນ​ນານ​​ໃນ​ການສ້າງ​ຕົນ​ກາຍເປັນ​ໃຈ​ກາງ​​ແລະ​ດ້ານ​ໜ້າ​ຂອງ​ຈີນ​ກັບ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ