ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ​ກ່າວ​ວ່າ​ກຸ່ມ​ປະ​ກອບ​ອາ​ວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ​ຢູ່​ພາກ​ໃຕ້​​ຫວັງ​ການ​ແຍກ​ເປັນ​ເອ​ກະ​ລາດ
2017-05-27 16:14:25  cri 
ລັດ​ຖະ​ບານ​ຟີ​ລິບ​ປີນ​ເປີດ​ເຜີຍ​ໃນ​ວັນ​ທີ 26 ພຶດ​ສະ​ພາ​ນີ້​ວ່າ, ໃນ​ບົດ​ລາຍ​ງານ​​ທີ່​ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນສົ່ງ​ໃຫ້​ລັດ​ຖະ​ສະ​ພາ​ໃນ​ຕອນ​ຄ່ຳ​ວັນ​ທີ 25 ພຶດ​ສະ​ພາ​ນີ້​ລະ​ບຸ​ວ່າ, ການ​ສູ້​ຮົບ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ມາ​ລາ​ວີພາກ​ໃຕ້ຂອງ​ປະ​ເທດ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ກຸ່ມ​​ປະ​ກອບ​ອາ​ວຸດຣັກ​ຕັກ​ມາວ​ເຕ​​ແລະ​ອາ​ບູ​ຊາ​ຢັບຫວັງ​ຮ່ວມ​ກັນ​ສ້າງ​ອຳ​ນາດ​ການ​ປົກ​ຄອງ​ທີ່​ເປັນ​ເອ​ກະ​ລາດ, ແລະ​ຄວບ​ຄຸມ​ເກາະ​ມິນ​ດາ​ນາວ​ທັງ​ໝົດ.

ໃນ​ບົດ​ລາຍ​ງານ, ທ່ານດູ​ເຕີ​ເຕ ໄດ້ອະ​ທິ​ບາຍ​ຂະ​ບວນ​ການ​ສູ້​ຮົບ​ລະ​ຫວ່າງ​ທະ​ຫານ​​ແລະຕຳ​ຫຼວດ​ຟີ​ລິບ​ປີນ​ກັບ​ກຸ່ມ​​ປະ​ກອບ​ອາ​ວຸດແຕ່​ວັນ​ທີ 23 ​ພຶດ​ສະ​ພາເປັນ​ຕົ້ນ​ມາ​ຢ່າງ​ລະ​ອຽດ. ​ແລະ​ທ່ານ​ກ່າວ​ວ່າ, ​ມາ​ຮອດ​ຕອນ​ຄ່ຳ​ວັນ​ທີ 25 ​ເດືອນ​ດຽວ​ກັນ, ກຸ່ມ​​ປະ​ກອບ​ອາ​ວຸດຣັກ​ຕັກ​ມາວ​ເຕ​​ແລະ​​ອາ​ບູ​ຊາ​ຢັບຍັງສາ​ມາດ​ຍຶດ​ແລະຄວບ​ຄຸມ​ເມືອງ​ມາ​ລາ​ວີ 3 ສ່ວນ 4. ແລະ​ຈາກ​ສະ​ຖາ​ນະ​ການ​ດັ່ງ​ກ່າວ, ລັດ​ຖະ​ບານ​ຄວນ​ໃ​ຊ້​ມາດ​ຕະ​ການ​ທີ່ "ວ່ອງ​ໄວ"ແລະ "ແຂງ​ແຮງ", ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ​ກໍ​ຄື​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ.

ທ່ານ​ເຕີ​ຟິນ ໂລ​ເຣັດ​ຈາ​ນາ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປີນ​ກ່າວ​ໃນ​ວັນ​ທີ 26 ພຶດ​ສະ​ພາ​ນີ້​ວ່າ, ​ໝັ້ນ​ໃຈ​ຈະ​ໃຊ້​ເວ​ລາ​ປະ​ມານ​ໜຶ່ງ​ອາ​ທິດ​ເພື່ອ​ເຮັດ​ໃຫ້​ການ​ສູ້​ຮົບ​​ຢູ່​ພາກ​ໃຕ້​ສິ້ນ​ສຸດ​ລົງ​ແລະ​ກັບ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ