ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອິນ​ໂດ​ເນ​ເຊຍ​ຈັບ​​ຜູ້​ຕ້ອງ​ຫາ​ທີ່​ພົວ​ພັນ​ກັບ​ເຫດ​ການ​ລະ​ເບີດ​ຈາ​ກາ​ຕາ
2017-05-27 15:55:18  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ສື່ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ໃນ​ວັນ​ທີ 26 ພຶດ​ສະ​ພານີ້​ວ່າ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ປະ​ເທດ​ຕົນ​ສາ​ມາດຈັບ​​ຜູ້​ຕ້ອງ​ຫາໄດ້ 3 ຄົນ​​ທີ່​ພົວ​ພັນ​ກັບ​ເຫດ​ການ​ລະ​ເບີດ​ຈາ​ກາ​ຕາ ​ໃນ​ວັນ​ທີ 24 ເດືອນ​ດຽວ​ກັນ.

ໂຄ​ສົກ​ພະ​ແນກ​ຕຳຫຼວດ​ແຂວງ​ຈາ​ວາ​ຕາ​ເວັນ​ຕົກ​ອິນ​ໂດ​ເນ​ເຊຍ​ຖະ​ແຫຼງ​ຕໍ່​ສື່ມວນ​ຊົນ​ວ່າ, ເຈົ້າ​ໜ້າ​ທີ່​ຕຳຫຼວດສາ​ມາດ​ຈັບ​​ຜູ້​ຕ້ອງ​ຫາ​ທັງ 3 ຄົນ​ນີ້​ຢູ່ 3 ​ຈຸດ​ໃນ​ເມືອງ​ບັນ​ລຸງ ເທດ​ສະ​ບານ​ແຂວງ​ໃນ​ຕອນ​ເຊົ້າ​ມືດ​ວັນ​ທີ 26 ພຶດ​ສະ​ພາ ແລະ​ປັດ​ຈຸ​ບັນ​ພວມ​ສືບ​ສວນ​ວ່າ​ພວກ​ເຂົາ​ໄດ້​ຮັບໜ້າ​​ທີ່​ກໍ່​ເຫດ​ແນວ​ໃດ ແລະ​ຂຶ້ນ​ກັບ​ອົງ​ການ​ໃດ.

ວັນ​ທີ 25 ເດືອນ​ນີ້, ທ່ານ​ໂຈ​ໂກ ວິ​ໂດ​ໂດ ປະ​ທານ​າ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ໄດ້​ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ສືບ​ສວນ​ສອບ​ສວນ​ເຫດ​ການ​ນີ້​​ຢ່າງ​ລະ​ອຽດ ແລະ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ອຸ່ນ​ອ່ຽນ ແລະ​ສາ​ມັກ​ຄີ​​ປອງດອງກັນ. ນອກ​ນີ້, ກໍ​ໄດ້​ຮຽກ​ຮ້ອງລັດ​ຖະ​ບານ​ແລະ​ລັດ​ຖະ​ສະ​ພາ​ເລັ່ງ​ປັບ​ປຸງ​ກົດ​ໝາຍ​ຕ້ານ​ການ​ກໍ່​ການ​ຮ້າຍໃຫ້​ສຳ​ເລັດ​ໂດຍ​ໄວ ເພື່ອ​ໃຫ້​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ມີ​ສິດ​ຢ່າງ​ເຕັມ​ສ່ວນ​ໃນ​ການໃຊ້​ມາດ​ຕະ​ການ​ປ້ອງ​ກັນເພື່ອ​ບໍ່​ໃຫ້​ເກີດ​ເຫດ​ການ​​ລັກ​ສະ​ນະ​ນີ້​ຂຶ້ນ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ