ຜູ້​ບັນ​ຊາ​ການ​ໃຫຍ່ກອງ​​ທັບ​ປ້ອງ​ກັນ​ຊາດ​ແລະ​ປະ​ຊາ​ຊົນ​ມຽນ​ມາ​ຮ່ວມ​​ຂີ່​​ລົດ​ໄຟ​ທີ່​ຈີນ​ຊ່ວຍ
2017-05-27 16:40:50  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ພິ​ທີ​ມອບ-ຮັບ​ຂະ​ບວນ​ລົດ​ໄຟ​ທີ່ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ຊ່ວຍ​ກອງ​ທັບ​ປ້ອງ​ກັນ​ຊາດ​ມຽນ​ມາ​ໄດ້​ຈັດ​ຂຶ້ນ​ຢູ່​​ສ​ະ​ຖາ​ນີ​ລົດ​ໄຟນະ​ຄອນຫຼວງ​ເນ​ປີ​ຕໍ​ປະ​ເທດ​ມຽນ​ມາ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 26 ເດືອນ​ນີ້, ໂດຍ​ມີເຈົ້າ​ໜ້າ​ທີ່​ທະ​ຫານ, ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ມຽນ​ມາ ແລະ​ເຈົ້າ​ໜ້າ​ທີ່​ສະ​ຖານ​ທູດ​ຈີນ​ປະ​ຈຳ​ມຽນ​ມາ​ເກືອບ 100 ຄົນ​​ເຂົ້າ​ຮ່ວມ ​ແລະຫຼັງ​ພິ​ທີ, ທ່ານ​ມິນ​ອາງ​ລາຍ ຜູ້​ບັນ​ຊາ​ການ​ໃຫຍ່ກອງ​ທັບ​ປ້ອງ​ກັນ​ຊາດ ແລະ​ເຈົ້າ​ໜ້າ​ທີ​ທະ​ຫານ, ລັດ​ຖະ​ບານ ພ້ອມ​ດ້ວຍ​ປະ​ຊາ​ຊົນ​ມຽນ​ມາ​​ກໍໄດ້​​ຂີ່​ລົດ​ໄຟ​ດ້ວຍ​ຄວາມ​ຊື່ນ​ຊົມ​ດີ​ໃຈ.

ໂດຍ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​​ຕ້ອງ​ການຂອງ​ມຽນ​ມາ, ຈີນ​ໄດ້​ສະ​ໜອງ​ຫົວ​ລົດ​ໄຟ​ທີ່​ແລ່ນ​ດ້ວຍ​ນ້ຳ​ມັນ​ກາ​ຊວນ​ 2 ​ຄັນ, ຕູ້​ລົດ​ໄຟ​ບັນ​ທຸກ​ເຄື່ອງ 10 ຕູ້ ແລະ​ຕູ້​ລົດ​ໄຟ​ໂດຍ​ສານ 10 ຕູ້​ໃຫ້​​ແກ່ກອງ​ທັບ​ມຽນ​ມາ.

ພາຍຫຼັງ​ພິ​ທີ​ມອບ-ຮັບ, ທ່ານ​ມິນ​ອາງ​ລາຍ​ພ້ອມ​ທັງ​ແຂກ​ຖືກ​ເຊີນ​ທັງ​ ມຽນ​ມາ​ແລະ​ຈີນ​ໄດ້​ຂຶ້ນ​​ຂີ່ລົດ​ໄຟ ໂດຍ​ໃຊ້​ເວ​ລາ 40 ກວ່າ​ນາ​ທີ ກໍ​ໄປ​ເຖິງ​ສະ​ຖາ​ນີ​ດາ​ກອນ. ຂະ​ນະ​ທີ່​ຜູ້​ໂດຍ​ສານ​​ຕ່າງ​ກໍ​ຍ້ອງວ່າ​ລົດ​ໄຟ​ຂະ​ບວນ​ນີ້​ສະ​ອາດ​ດີ ແລະ​ຂີ່​ກໍສະ​ບາ​ຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ