ສ​ປ​ປ ເກົາ​ຫຼີ ກ່າວ​ວ່າ: ສ.ເກົາ​ຫຼີ ບໍ່​ຄວນ​ມີ​ທ່າ​ທີ​ລັ່ງ​ເລ​ໃຈ​ຕໍ່ບັນ​ຫາ​​ການ​ຈັດ​ວາງ​ລະ​ບົບ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຊັດ
2017-05-28 17:26:35  cri 
ຕາມ​ສຳ​ນັກ​ຂ່າວ​ສານ​ສູນ​ກາງ​ຂອງ ສ​ປ​ປ ເກົາ​ຫຼີ ລາຍ​ງານ​ໃນ​ວັນ​ທີ 28 ພຶດ​ສະ​ພາ​ນີ້​ວ່າ: ວັນ​ທີ 27 ພຶດ​ສະ​ພາ​ນີ້, ໂຄ​ສົກ​ຄະ​ນ​ະ​ກຳ​ມະ​ການ​ຮັກ​ສາ​ສັນ​ຕິ​ພາບ​​ເພື່ອປະ​ເທດ​ຊາດ​ຂອງ ສ​ປ​ປ ເກົາ​ຫຼີ ກ່າວ​ວ່າ: ​ໄດ້​ມີປະ​ຊາ​ຊົນ ສ.ເກົາ​ຫຼີ ນັບ​ມື​ນັບ​ຫຼາຍ​ໄດ້​ຮຽກ​ຮ້ອງ​ໃຫ້​ຍົກ​ເລີກ​ການ​ຈັດ​ວາງ​ລະ​ບົບ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຊັດ, ລັດ​ຖະ​ບານ ສ.ເກົາ​ຫຼີ ຄວນ​ເຮັດ​ວຽກ​ໄປ​ຕາມ​ປະ​ຊາ​ມະ​ຕິ​ແລະ​ຢຸດ​ຕິ​ການ​ຈັດ​ວາງ​ລະ​ບົບ​ດັ່ງ​ກ່າວ, ບໍ່​ຄວນ​ໃຊ້​ທ່າ​ທີ​ທີ່​ມະ​ລຸມ​ມະ​ລ້ວຍ.

ນອກ​ນີ້,ບຸກ​ຄົນ​ລັດ​ຖະ​ບານ ສ.ເກົາ​ຫຼີ ກ່າວ​ໃນ​ຫວ່າງມໍ່ໆ​ນີ້​ວ່າ: ສ.ເກົາ​ຫຼີ ສາ​ມາດ​ພິ​ຈາ​ລະ​ນາ​ເອົາ​ການ​ຢຸດ​ຕິ​ການ​ຈັດ​ວາງ​ລະ​ບົບ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຊັດ ມາ​ແລກ​ເອົາ ການ​ຢຸດ​ຕິ​ການ​ທົດ​ລອງ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ ສ​ປ​ປ ເກົາ​ຫຼີ, ເພື່ອ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ເຄັ່ງ​ຕຶງຂອງ​ແຫຼມ​ເກົາ​ຫຼີ​ແລະ​ປັບ​ປຸງ​​ການພົວ​ພັນ​​ລະ​ຫວ່າງເໜືອ​ໃຕ້​ໃຫ້​ດີ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ