ຄັງ​ປັນ​ຍາ​ຂອງ​ຈີນ​ເຜີຍ​ແຜ່ "ບົດ​ລາຍ​ງານ​ການ​ຄົ້ນ​ຄວ້າ​ອາ​ເມ​ລິ​ກາ"
2017-05-28 17:27:43  cri 
ບົດ​ລາຍ​ງານ​ການ​ຄົ້ນ​ຄວ້າ​ອາ​ເມ​ລິ​ກາ(ປີ 2017)ທີ່​​​ປະ​ພັບ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ອາ​ເມ​ລິ​ກາ​ຂອງສະ​ພາ​​ບັນ​ດິດ​ວິ​ທະ​ຍາ​ສາດ​​ສັງ​ຄົມຈີນໄດ້ຮັບ​ການ​ເຜີຍ​ແຜ່​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນວັນ​ທີ 27 ພຶດ​ສະ​ພາ​ນີ້. ບົດ​ລາຍ​ງານ​ດັ່ງ​ກ່າວໄດ້​ສະ​ຫຼຸບ​ສະ​ພາບ​ການ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ:​ການ​ເມືອງ,ເສດ​ຖະ​ກິດ,ການ​ທະ​ຫານ​ແລະ​ອື່ນໆ​ຂອງ​ອາ​ເມ​ລິ​ກາ​ນັບແຕ່​ປີ 2016 ເປັນ​ຕົ້ນ​ມາ ພ້ອມ​ທັງ​ໄດ້​ດຳ​ເນີນ​ການ​ຄົ້ນ​ຄວ້າຕັດ​ສິນ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ.

​ຈີນ​ເປັນປະ​ເທດພວມ​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ​​​ໃນ​ໂລກ,ອາ​ເມ​ລິ​ກາ​ເປັນປະ​ເທດ​ພັດ​ທະ​ນາ​ແລ້ວ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ,ທ່າ​ອ່ຽງ​ການ​ຂະ​ຫຍາຍ​ຕົວ​ແຫ່ງ​ການພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ສູງຈາກ​ທົ່ວ​ໂລກ. ບົດ​ລາຍ​ງານ​ຊີ້​ໃຫ້​ເຫັນ​ວ່າ: ​ປີ 2016 ຜ່ານ​ມາ, ການໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ,ການ​ເຈ​ລະ​ຈາ​ແລະ​ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ສອງ​ປະ​ເທດ​ລ້ວນ​ແຕ່​ໄດ້​ຮັບ​​ຜົນ​ສຳ​ເລັດ​ທີ່​ສຳ​ຄັນ​ບໍ່​ໜ້ອຍ. ພາຍ​ຫຼັງ​ທ່ານ ໂດ​ນັນ ທ​ຣຳ ໄດ້​ຮັບ​ເລືອກ​ຕັ້​ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ແລ້ວ,ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດໄດ້​ເຂົ້າ​ສູ່​ໄລ​ຍະ​ໃໝ່​.

ທ່ານ ຕາ​ເວີ້ຍ ຫົວ​ໜ້າສຳ​ນັກ​ຄົ້ນ​ຄວ້າອາ​ເມ​ລິ​ກາ​ຂອ​ງ​​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ພົວ​ພັນ​​ລະ​ຫວ່າງ​ຊາດ​ຍຸກ​ປັດ​ຈຸ​ບັນ​ເຫັນ​ວ່າ: ​ໃນການ​​ຂະ​ຫຍາຍ​ຕົວ​ຂອງ​ການພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ,​ມີ​ໂອ​ກາດ​ຫຼາຍກວ່າ​ສິ່ງ​ທ້າ​ທາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ