ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​​ເຫດໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ເອ​ຢິບ
2017-05-28 17:29:08  cri 
ວັນ​ທີ 27 ພຶດ​ສະ​ພາ​ນີ້, ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​​ເຫດ​ກ​ານ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ເອ​ຢິບ. ມີ​ນັກ​ຂ່າວ​ຖາມ​ວ່າ: ວັນ​ທີ 26 ພຶ​ດ​ສະ​ພາ​ນີ້, ຢູ່​ແຂວງມິນ​ຢາ​ຂອງ​ເອ​ຢິບ​ໄດ້​ເກີດ​ເຫດ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​​ທີ່​ແນ​ໃສ່​ຜູ້​ເຊື່ອ​ຖື​ສາ​ສະ​ໜາ​ຄິ​ສ​ຕຽນ​ນິ​ກາຍ​ຄົບ​ທິກ ເຊິ່ງ​ມາ​ຮອດ​ປັດ​ຈຸ​ບັນ​ໄດ້​ເຮັດ​ໃຫ້​ມີ​ປະ​ຊາ​ຊົນ 28 ຄົນ​ເສຍ​ຊີ​ວິດ, 26 ຄົນ​ບາດ​ເຈັບ. ຈີນ​ມີ​ຄຳ​​ເຫັນແນວ​ໃດ​ຕໍ່​ເລື່ອງ​ນີ້​?

ທ່ານ ລູ້​ຄ່າງ ກ່າວ​ວ່າ: ຈີນ​ໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ໜັກ​ໜ່ວງ​ຢູ່​ແຂວງ​ດັ່ງ​ກ່າວ​ຂອງ​ເອ​ຢິບ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ ຫຼີ​ເຄີ້​ສ​ຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ແລະ ທ່ານ ຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ຕ່າງໄດ້​​ສົ່ງໂທ​ລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ທ່ານ ອັບ​ເດວ ຟັດ​ຕາ ​ອານ ຊີ​ຊີ ປະ​ທາ​ນາ​ທິ​ບໍ​ດີ​ເອ​ຢິບ, ທ່ານ ເຊ​ຣິ​ຟ ອິສ​ເມ​ວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເອ​ຢິບ​ແລະ​ທ່ານ​ຊາ​ເມ ຊຸກ​ຣີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເອ​ຢິບ.

ທ່ານ ລູ້​ຄ່າງ ກ່າວ​ວ່າ: ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ກໍ່​ການ​ຮ້າຍ​​ທຸກ​ຮູບ​ແບບ,ຈະ​ສືບ​ຕໍ່​ເດັດ​ດ່ຽວ​ສ​ະ​ໜັບ​ສະ​ໜູນ​ເອ​ຢິບ​ທີ່​​ຈະທຳ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດ ແລະ ໂຈມ​ຕີ​ລັດ​ທິ​ກໍ່​ການ​ຮ້າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ