ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບຖະ​ແຫຼງ​ການ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 7 ປະ​ເທດ​​ທີ່ມີ​ເນື້ອ​ໃນ​ກ່ຽວ​ພັນ​ເຖິງ​ບັນ​ຫາ​​ທະ​ເລ​ຈີນຕາ​ເວັນ​ອອກ​ແລະ​ທະ​ເລ​ຈີນ​ໃຕ້
2017-05-28 17:51:57  cri 
ວັນ​ທີ 28 ພຶດ​ສະ​ພາ​ນີ້, ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ຂອງ​​ຖະ​ແຫຼງ​ການ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 7 ປະ​ເທດ.

ມີ​ນັກ​ຂ່າວ​ຖາມ​ວ່າ: ຖະ​ແຫຼງ​ການ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 7 ປະ​ເທດ​ທີ່​ຈັດ​ຂຶ້ນ​ຢູ່​ອີ​ຕາ​ລີ​ໃນ​ຫວ່າງມໍ່ໆ​ນີ້​ມີ​ເນື້ອ​ໃນ​​ກ່ຽວ​ພັນ​ເຖິງບັນ​ຫາ​ທະ​ເລ​ຈີນຕາ​ເວັນ​ອອກ​ແລະ​ທະ​ເລ​ຈີນ​ໃຕ້, ທ່ານ​ມີ​ຄຳ​ວິ​ຈານ​ແນວ​ໃດ?

ທ່ານ ລູ້​ຄ່າງ ກ່າວ​ວ່າ: ຈີນ​ໄດ້​ມີ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ​ຕໍ່ຖະ​ແຫຼງ​ການ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 7 ປະ​ເທດ​ທີ່​ເວົ້າ​ນີ້​ເວົ້າ​ນັ້ນ​ຕໍ່ບັນ​ຫາ​​ທະ​ເລ​ຈີນຕາ​ເວັນ​ອອກ​ແລະ​ທະ​ເລ​ຈີນ​ໃຕ້​ໂດຍ​ເອົາ​ກົດ​ໝາຍ​ສາ​ກົນ​ເປັນ​ຂໍ້​ອ້າງ.

ທ່ານ​ກ່າວ​ວ່າ: ຈີນ​ມີ​ຫຼັກ​ໝັ້ນ​ຢ່າງ​ຈະ​ແຈ້ງ​ມາ​ໂດຍ​ຕະ​ຫຼອດ​ໃນ​ບັນ​ຫາ​ທະ​ເລ​​​ຈີນຕາເວັນ​ອອກ​ແລະ​ທະ​ເລ​ຈີນ​ໃຕ້ ແລະ​ໄດ້​ສຸມ​ໃສ່​​ການຄວບ​ຄຸມ​ແລະ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ທີ່​ກ່ຽວ​ຂ້ອງ​ກັບ​​ບັນ​ດາປະ​ເທດທີ່​ກ່ຽວ​ຂ້ອງ​ໂດຍ​ກົງ​​ຢ່າງ​ເໝາະ​ສົມໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ແລະ​ການ​ເຈ​ລະ​ຈາ​ມາ​ໂດຍ​ຕະ​ຫຼອດ,ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ,ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​​ຈີນຕາ​ເວັນ​ອອກ​ແລະ​ທະ​ເລ​ຈີນ​ໃຕ້,ປົກ​ປ້ອງ​ຄວາມ​ເສ​ລີ​​ໃນ​ດ້ານ​ການ​ເດີນ​ເຮືອ​ແລະ​ເດີນ​ອາ​ກາດ​ພ້ອມ​ທັງ​ຄວາມ​ປອດ​ໄພ​ຂອງ​ເສັ້​ນ​ທາງ​ທາງ​ທະ​ເລ.

ທ່ານ ລູ້​ຄ່າງ ກ່າວ​ຕື່ມ​ວ່າ: "ພວກ​ຂ້າ​ພະ​ເຈົ້າ​ຫວັງ​ໃຫ້​ກຸ່ມ 7 ປະ​ເທດ​ແລະ​ປະ​ເທດ​ຢູ່ນອກ​ພາກ​ພື້ນ​ສາ​ມາດເບິ່ງສະ​ຖາ​ນະ​ກາ​ນ​ຢ່າງ​ຈະ​ແຈ້ງ,ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ບໍ່​ຍຶດ​ຖື​ຫຼັກ​ໝັ້ນ​​ໃດໆໃນ​ບັນ​ຫາ​ຄວາມ​ຂັດ​ແຍ້ງ​ກັນ​ທີ່​ກ່ຽວ​ຂ້ອງ,ເຄົາ​ລົບ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ​ໃນ​ການ​ຄວ​ບ​ຄຸມ​ແລະ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເຕັມ​​ທີ່ຢຸດ​ຕິການ​ເຜີຍ​ແຜ່ຖ້ອຍ​ຄວາມທີ່​ບໍ່​ມີຄວາມຮັບ​ຜິດ​ຊອບ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ຕໍ່​ສັນ​ຕິ​ພາ​ບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.​"
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ