ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ໄດ້​ຮັບ​ໃບ​ຢັ້ງ​ຢືນ TSI ສຳ​ລັບ​ລົດ​ໄຟ​ຈາກ​ສະ​ຫະ​ພາບ​ເອີ​ລົບເປັນ​ຄັ້ງ​ທຳ​ອິດ

2017-05-28 17:37:41  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 27 ພຶດ​ສະ​ພາ​ນີ້, ບໍ​ລິ​ສັດ​ລົດ​ໄຟ​ພະ​ລັງ​ໄຟ​ຟ້າ​ຈູ່​ໂຈ່ຈົ່ງ​​ຊື່​ຈຳ​ກັດແຈ້ງ​ຂ່າວ​ວ່າ, ​ໂຄງ​ການ​ລົດ​ໄຟ​ຄວາມ​ໄວ​ສູງມາ​ເຊ​ໂດ​ນີ ເຊິ່ງ​ເປັນລົດ​ໄຟ​ຄວາມ​ໄວ​ສູງງວດ​ທຳ​ອິດ​ທີ່​ຈີນ​ສົ່ງ​ອອກ​ໄປ​​ຂາຍ​ຢູ່​ເອີ​ລົບ​ນັ້ນ ໄດ້​ຜ່ານ​ການ​ຮັບ​ຮອງ​ຂອງ​ລະ​ບຽບ​ການ​ເຕັກ​ນິກ​ເຊື່ອມ​​ຕໍ່​ທາງ​ລົດ​ໄຟ​ສະ​ຫະ​ພາບ​ເອີ​ລົບ ຫຼື​ TSI. ​ນີ້​ໝາຍ​ຄວາມ​ວ່າລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ໄດ້​ຮັບ​ໃບ​ຢັ້ງ​ຢືນ​ສອດ​ຄ່ອງ​ກັບ​ມາດ​ຕະ​ຖານ​ຂອງ​​ປະ​ຊາຄົມ​ເອີ​ລົບ ຫຼື EC ທີ່​ມີ​ຕໍ່​ສິນ​ຄ້າ​ລົດ​ໄຟ​ໃຊ້​ຢູ່​ເອີ​ລົບ​ຢ່າງ​ເປັນ​ທາງ​ການ, ​ເຊິ່ງ​ກໍ​ຄືສິນ​ຄ້າ​​ທີ່​ກ່ຽວ​ຂ້ອງຂອງ​ຈີນໄດ້​ຮັບ "ໃບ​ອະ​ນຸ​ຍາດ" ​ໃຫ້​ເຂົ້າໄປ​ໃຫ້​ການ​ບໍ​ລິ​ການ​ຢູ່​ຕະ​ຫຼາດ​ເອີ​ລົບ.

ລົດ​ໄຟ​ຄວາມ​ໄວ​ສູງ​ທີ່​ຈີນ​ມີ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ນັ້ນ ໄດ້​ເຂົ້າ​ຕະ​ຫຼາດ​ເອີ​ລົບ​ເປັນ​ເທື່ອ​ທຳ​ອິດ​ໃນ​ປີ 2014, ນັບ​ແຕ່​ເລີ່ມ​ທົດ​ລອງ​ນຳ​ໃຊ້​ໃນ​ຕົ້ນ​ປີ 2016 ເປັນ​ຕົ້ນ​ມາ, ໄດ້​ຜ່ານ​ການ​ຢັ້ງ​ຢືນ TSI ຂອງ​ສະ​ຫະ​ພາບ​ເອີ​ລົບ ຍ້ອນ​ຄວາມ​ດີ​ຕ່າງໆ​ໃນ​ການ​ນຳ​ໃຊ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ