ກອງ​ປະ​ຊຸມ​ສຸດຍອດກຸ່ມ 7 ປະ​ເທດ​ບັນ​ລຸ​ຄວາມ​ເຫັນທີ່​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບການ​ຕ້ານ​ການ​ກໍ່​ການ​ຮ້າ​ຍ​ແລະ​ການ​ຄ້າ​ເສ​ລີ
2017-05-28 17:47:57  cri 
ວັນ​ທີ 27 ພຶດ​ສະ​ພາ​ນີ້, ກອງ​ປະ​ຊຸມ​ສຸດຍອດກຸ່ມ 7 ປະ​ເທດ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ທາວ​ມິ​ນາເກາະຊິ​ຊິ​ລີ​ຂອງ​ອີ​ຕາ​ລີ ​ເປັນ​ເວ​ລາ 2 ວັນ​ນັ້ນ ໄດ້ອັດ​ລົງ. ຕາມ​​ຖະ​ແຫຼງ​ການ​ຮ່ວມ​ທີ່​ເຜີຍ​ແຜ່ຫຼັງ​ກອງ​ປະ​ຊຸມ, 7 ປະ​ເທດ​ໄດ້​ບັນ​ລຸ​ຄວາມ​ເຫັນ​​ທີ່​ເປັນເອ​​ກະ​ພາບ​ກັນ​ໃນ​ດ້ານ​ການ​ຕ້ານການ​ກໍ່​ການ​ຮ້າ​ຍ​ແລະ​ການ​ຄ້າ​ເສ​ລີ, ແຕ່ບໍ່​ໄດ້​ມີ​ຄວາມ​ເຫັນ​ທີ່​ເປັນ​ເອກ​ກະ​ພາ​ບ​ກັນ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ກ່ຽວ​ກັບ​ຄວາມ​ປອດ​ໄ​ພ​ແລະ​ກາ​ນ​ຕ້ານ​ການ​ກໍ່​ການ​ຮ້າຍ, ​ຖະ​ແຫຼງ​ການ​ສະ​ເໜີ​ວ່າ ຕ້ອງ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ລີ​ບີ ຊີ​ຣີ​ແລະ​ອີ​ຮັກ​ທີ່​ມີ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ, ​ຍຶດ​ເອົາ​ເຂດ​ທີ່​ຖືກ​ອົງ​ການ​ຫົວ​ຈັດ​ຍຶດ​ຄອງ​ນັ້ນ​ຄືນໃໝ່, ​ລົບ​ລ້າງລັດ​ທິ​ກໍ່​ການ​ຮ້າຍໃນ​ທີ່​ສຸດ.

​​ກ່ຽວ​ກັບ​ສັນ​ຍາ​ປາ​ຣີ​ທີ່​ກ່ຽວ​ພັນ​ເຖິງການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ນອກ​ຈາກ​ອາ​ເມ​ລິ​ກາ​ແລ້ວ, ອີກ 6 ປະ​ເທດໄດ້​ກ່າວ​ຢ້ຳ​ອີກ​ເທື່ອ​ໜຶ່ງ​ໃນຖະ​ແຫຼງ​ການ​ວ່າ ຈະ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ໂດຍ​ໄວ,  ເພື່ອ​ສະ​ກັດ​ກັ້ນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ມື້​ດຽວ​ກັນ, ທ່ານໂດ​ນັນ ​ທ​ຣຳ​ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ທາງ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ ຈະ​ຕົກລົງ​ອາ​ເມ​ລິ​ກາ​ຈະ​ຖອນ​ອອກ​ຈາກ ສັນ​ຍາ​ປາຣີ ຫຼື​ບໍ່​ໃນ​ອາ​ທິດ​ໜ້າ. ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ເຜີຍ​ແຜ່​ຖະ​ແຫຼງ​ການ​ຮ່ວມ, ທ່ານ ພາວ​ໂລ ເຈັນ​ທີ​ໂລ​ນີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕາ​ລີ ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ທຳ​ການ​ເລືອກເອົາ​ທີ່​ດີໂດຍ​ໄວ.

​ໃນບັນ​ຫາ​ການ​ຄ້າ​ເສ​ລີ, ຖະ​ແຫຼງ​ການ​ກ່າວ​ຢ້ຳ​ວ່າ 7 ປະ​ເທດ​ຈະ​ຮັກ​ສາ​ການ​ໄຂ​ປະ​ຕູ​ຂອງ​ຕະ​ຫຼາດ, ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ແລະ​ການ​ຄ້າ​​ບໍ່​ຍຸດ​ຕິ​ທຳ​ທັງ​ໝົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ