ຈີນ​ແລະ​ຟີ​ລິບ​ປິນ​ຮ່ວມ​ກັນ​ມ້າງ​ຄະ​ດີ​ການ​ຄ້າຢາ​ເສບ​ຕິດ​ເຖື່ອນ
2017-05-29 10:36:35  cri 
ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ຈີນ​ແຈ້ງ​ຂ່າວ​ໃນ​ວັນ​ທີ 28 ພຶດ​ສະ​ພານີ້​ວ່າ,ຫວ່າງ​ກ່ອນນີ້ບໍ່​ດົນ,ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊາດ ກົມ​ປາບ​ປາມ​ຢາ​ເສບ​ຕິດ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແລະ​ກົມ​ກຳ​ຈັດ​ການ​ຄ້າ​ເຖື່ອນ​ຂອງ​ກົມ​ໃຫຍ່​ດ່ານ​ພາ​ສີ​ຈີນ​ ໄດ້​ຮ່ວມ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຟີ​ລິບ​ປິນ​ມ້າງ​ຄະ​ດີ​ການ​ຄ້າ​ຢາ​ເສບ​ຕິດ​ເຖື່ອນ​ທີ່​ໃຫຍ່​ພິ​ລຶກ ເຊິ່ງ​ໄດ້​ຍຶດ​ເອົາ​ຢາ​ເສບ​ຕິດ​ໄອ​ສ໌ 604 ກີ​ໂລຢູ່​ເມືອງວາ​ເລນ​ຊຸ​ເອ​ລາ​ຂອງ​ຟີ​ລິບ​ປິນ ແລະຈັບ​ຕົວ​ຜູ້​ຕ້ອງ​ຫາ​ 13 ຄົນ, ໃນ​ນັ້​ນ​ມີ​ຄົນ​ໜຶ່ງ​ເປັນ​ຄົນ​ສັນ​ຊາດ​ຟີ​ລິບ​ປິນ.

ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂອງ​ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ການ​ມ້າງ​ຄະ​ດີ​ດັ່ງ​ກ່າວ​ຢ່າງ​ສຳ​ເລັດ​ຜົນ​ນັ້ນ ແມ່ນ​ໝາກ​ຜົນ​ອັນ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ດ້ານ​ການ​ປາບ​ປາມ​ຢາ​ເສບ​ຕິດ​ລະ​ຫວ່າງ​ຈີ​ນ-ຟີ​ລິບ​ປິນ​ນັບ​ແຕ່​ພາກ​ສ່ວນ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ສອ​ງ​ປະ​ເທດ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ເມື່ອ​ເດືອນ​ຕຸ​ລາ​ປີ 2016 ເປັນ​ຕົ້ນ​ມາ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນຢ່າງ​ເຕັມ​ທີ່​ເຖິງ​ຈິດ​ໃຈ​ທີ່​ໝັ້ນ​ໜຽວບໍ່​ປ່ຽນ​ແປງ​ຂອງ​ຈີນ​ແລະ​ຟີ​ລິບ​ປິນ​ໃນ​ການປະ​ສານ​ງານ​ເປັນ​ເອ​ກະ​ພາບ​ກັນ​ ໂຈມ​ຕີ​ອາ​ຊະ​ຍາ​ກຳ​ຄ້າ​ຢາ​ເສບ​ຕິດຢ່າງ​ເຄັ່ງ​ຄັດ. ພາກ​ສ່ວ​ນປາບ​ປາມ​ຢາ​ເສບ​ຕິດຂອງ​ຈີນ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຟີ​ລິບ​ປິນ​ຕື່ມ​ອີກ,ອອກ​ແຮງ​ສຸດ​ຂີດ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ຟີ​ລິບ​ປິນ​ ແລະ​ສະ​ກັດ​ກັ້ນ​ການ​ຄ້າ​ຢາ​ເສບ​ຕິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ