ທ່ານ ຢາງ​ເຈຍ​ຊື​ ຈະ​ຢ້ຽມ​ຢາມ​ຍີ່​ປຸ່ນ​ແລະ​​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສົນ​ທະ​ນາ​ການ​ເມືອງ​ລະ​ດັບ​ສູງ​ຈີນ-ຍີ່​ປຸ່ນ​ຄັ້ງ​ທີ 4
2017-05-29 17:16:03  cri 
ວັນ​ທີ 28 ພຶດ​ສະ​ພາ​ນີ້, ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ: ໂດຍ​ຕອບ​ສະ​ໜອງ​ຕ​າມ​ຄຳ​ເຊີນ​ຂອງ​ທ່ານ ຢາ​ຕິ ສ​ໂຢະ​ຕະ​​ໂຣະ ເຈົ້າ​ໜ້າ​ທີ່​ອົງ​ການ​ຮັບ​ຜິດ​ຊອບ​ວຽກ​ງານ​ຂອງກອງ​ປະ​ຊຸມ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ຍີ່​ປຸ່ນ, ທ່ານ ຢາງ​ເຈຍ​ຊື ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ​ຈະ​ຢ້ຽມ​ຢາມ​ຍີ່​ປຸ່ນ​ແຕ່​ວັນ​ທີ 29 ຫາ​ວັນ​ທີ 31 ພຶດ​ສະ​ພາ​ນີ້ ພ້ອມ​ທັງ​ຮ່ວມ​ກັບ ທ່ານ ຢາ​ຕິ ສ​ໂຢະ​ຕະ​ໂຣະ ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ການ​ເມືອງ​ລະ​ດັບ​ສູງ​ຈີນ-ຍີ່​ປຸ່ນ​ຄັ້ງ​ທີ 4. ຂ່າວ​ແຈ້ງວ່າ: ກອງ​ປະ​ຊຸມ​ສົນ​ທະ​ນາ​ການ​ເມືອງ​ລະ​ດັບ​ສູງ​ຈີນ-ຍີ່​ປຸ່ນ​ຄັ້ງ​ທີ 3 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ​ໃນ​ເດືອນ​ສິງ​ຫາ​ປີ 2016.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ