ນ້ຳ​ຖ້ວມ​ແລະ​ພູ​ເຈື່ອນ​ທີ່​ເກີດ​ຂຶ້ນ​ຢູ່​ສີ​ລັງ​ຫາ​ເຮັດ​ໃຫ້ມີ​ປະ​ຊາ​ຊົນຈຳ​ນວນ 146 ຄົນ​ເສຍ​ຊີ​ວິດ
2017-05-29 17:16:58  cri 
ວັນ​ທີ 28 ພຶ​ດ​ສະ​ພາ​ນີ້, ສູນ​ຄຸ້ມ​ຄອງ​ໄພ​ພິ​ບັດ​ຂອງ​ສີ​ລັງ​ກາ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ນ້ຳ​ຖ້ວມ​ແລະ​​ດິນພູ​ເຈື່ອນ​ທີ່​ເກີດ​ຂຶ້ນ​ຍ້ອນ​ຝົນ​ຕົກ​​ໜັກ​ຢູ່​ໃນ​ປະ​ເທດ​ຕົນ​ໄດ້​ເຮັດ​ໃຫ້ມີ​ປະ​ຊາ​ຊົນຈຳ​ນວນ 146 ຄົນ​ເສຍ​ຊີ​ວິດ, 100 ຄົນ​ຫາຍ​ສາບ​ສູນ, ຫຼາຍກວ່າ 1 ລ້​ານ​ຄົນ​​ປະ​ສົບ​ໄພ.

ໃນ​ຫຼາຍ​ມື້​ຜ່ານ​ມາ,ຟ້າ​ຝົນ​ລົມ​ແຮງ​ຢ່າງ​ຕໍ່​ເນື່ອງ​ໄດ້​ໂຈມ​ຕີ 14 ເຂດ​ແລະ​ຕົວ​ເມືອງ​ຢູ່​ພາກ​ຕາ​ເວັນ​ຕົກ​ແລະ​ພາກ​ໃຕ້​ຂອງ​ສີ​ລັງ​ກາ​ເຊັ່ນ: ໂຄ​ລົມ​ໂ​ບ, ຮຳ​ບານ​ໂຕ​ຕາ,ມາ​ຕາ​ຣາ,​ເກົາ​ເລ,ຣັດ​ນາ​ປູ​ຣາ,ຄາ​ລູ​ຕາ​ຣາແລະ​ແຫ່ງ​ອື່ນໆ, ເຊິ່ງ​ໄດ້ສົ່ງ​ຜົນ​ເຮັດ​ໃຫ້ເກີດ​​ໄພນ້ຳ​ຖ້ວມ​ແລະ​ພູ​ເຈື່ອນ.

ປັດ​ຈຸ​ບັນ,ກອງ​ກູ້​ໄພ​ແລະ​ຊ່ວຍ​ເຫຼືອ​ທີ່​ປະ​ກອບ​ດ້ວຍກອງ​ທັບ​ເຮືອ,ກອງ​ທັບ​ບົກ​ແລະ​ກອງ​ທັບ​ອາ​ກາດ​,ຕຳ​ຫຼວດ​ແລະ​ອົງ​ການ​ກູ້​ໄພ​ແລະ​ຊ່ວຍ​ເຫຼືອ​​​ອາຊີບຂອງ​ສີ​ລັງ​ກາຍັງ​ພວມ​ດຳ​ເນີນ​ການ​ກູ້​ໄພແລະ​ຊ່ວຍ​ເຫຼືອ​ຢູ່​ເຂດ​ປະ​ສົບ​ໄພ​ຢູ່,​ແລະໄດ້​ຍ້າຍ​ປະ​ຊາ​ຊົນ​ຫຼາຍ​ໝື່ນ​ຄົນ​ເຊິ່ງ​ລວມ​ທັງປະ​ຊາ​ຊົນ​​ຜູ້​ດຳ​ລົງ​ຊີ​ວິດຢູ່​ແຄມ​ຝັ່ງ​ແມ່​ນ້ຳ 3 ສາຍ​ຢູ່​ພາກ​ກາງ​ແລະ​ພາກ​ໃຕ້​ຂອງ​ສີ​ລັງ​ກາ​ໄປ​ບ່ອນ​ອື່ນ. ຢູ່​ທົ່ວ​ປະ​ເທດ​ສີ​ລັງ​ກາ​ໄດ້​ຕັ້ງ​ໃຫ້​ມີ​ສະ​ຖານ​ທີ່​ລີ້​ໄພ​ຊົ່ວ​ຄາວ 304 ບ່ອນ​. ຍ້ອນ​ຖືກ​ຜົນ​ກະ​ທົບ​ຈາກ​​ໄພນ້ຳ​ຖ້ວມ​ແລະ​ໄພ​​ດິນພູ​ເຈື່ອນ,ທາງ​​ດ່ວນແລະ​ທາງ​ລົດ​ໄຟ​ຢູ່​ພາກ​ໃຕ້​ຂອງ​ສີ​ລັງ​ກາ​ໄດ້​ຢຸດ​ຕິ​ການ​ນຳ​ໃຊ້​ແລ້ວ,ໂຮງ​ຮຽນ​ຢູ່​ຫຼາຍ​ແຫ່ງ​ຂອງ​ສີ​ລັງ​ກາ​ກໍ່​ໄດ້​​ພັກ​ຊົ່ວ​ຄາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ