ຍອດ​ຈຳ​ນວນ​ຊັບ​ສິນຂອງທະ​ນາ​ຄານ​ຈີນ​ສາ​ຂາຊິດ​ນີ​ເພີ່ມ​​ຂຶ້ນ​ເປັນ​ອັນ​ດັບ​ທີ 6 ໃນ​​ລຽງ​ລຳດັບ​ທະ​ນາ​ຄານ​ຕ່າງ​ປະ​ເທດ​ຢູ່​ອົ​ສ​ຕ​ຣາ​ລີ
2017-05-29 17:35:47  cri 
ຕາມ​ຂ່າວCRI: ໃນ​ຊຸມ​ປີ​ຜ່ານ​ມາ, ວຽກ​ງານ​ຕ່າງໆ​ຂອງທະ​ນາ​ຄານ​ຈີນ​ສາ​ຂາ​ຊິດ​ນີ​ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ,ປັດ​ຈຸ​ບັນ,​​ຍອດ​ຈຳ​ນວນ​ຊັບ​ສິນຂອງ​ທະ​ນາ​ຄານ​ດັ່ງ​ກ່າວ​ໄດ້​ເພີ່ມ​ຂຶ້ນ​ເປັນ​ອັນ​​ດັບ​ທີ 6 ໃນ​​ລຽງ​ລຳ​ດັບ​ທະ​ນາ​ຄານ​ຕ່າງ​ປະ​ເທດ​ຢູ່​ອົ​ສ​ຕ​ຣາ​ລີ.

ທ່ານ ຫູ​ຊ້ານ​ຈຸ່ນ ​ຜູ້​​ວ່າ​ການທະ​ນາ​ຄານ​ຈີນ​ສາ​ຂາ​ຊິ​ດ​ນີ​ທັງ​ເປັນ​ຜູ້​ຕາງ​ໜ້າ​ທະ​ນາ​ຄານ​ຈີນ​ຢູ່​ເຂດ​ອົ​ສ​ຕ​ຣາ​ລີ​ກ່າວ​ໃນ​ພິ​ທີ​ສະ​ຫຼອງ​ທະ​ນາ​ຄານ​ຈີນ​ສາ​ຂາຊັດ​ສ໌​ວຸດ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 5 ປີ​ວ່າ: ທະ​ນາ​ຄານ​ຈີນຈະ​ສືບ​ຕໍ່​ໃຫ້​ການ​ບໍ​ລິ​ການ​ດ້ານ​ການ​ທະ​ນາ​ຄານ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ​ແກ່​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ເສດ​ຖະ​ກິດ-ການ​ຄ້າ​ລະ​ຫວ່າງ​ຈີນ-ອົ​ສ​ຕ​ຣາ​ລີ​ທີ່​ນັບ​ມື້​ນັບແໜ້ນ​ແຟ້ນ​ຂຶ້ນ​ຕື່ມ.

ເຈົ້າ​ຄອງ​ລັດ​ຊິນອົ​ສ​ຕ​ຣາ​ລີ​ໄດ້​​ກ່າວ​ຄຳ​​ປາ​ໄສ ໂດຍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທະ​ນາ​ຄານ​ຈີນ​ສາ​ຂາ​ຊິດ​ນີ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ອົ​ສ​ຕ​ຣາ​ລີ​ກັບ​ຈີນ,​ກໍ​ຄືຈີນ​ກັບ​ລັດ​ຊິນ​ມາ​ໂດຍ​ຕະ​ຫຼອດ ແລະ ການ​ບໍ​ລິ​ການ​ດ້ານ​ການ​ທະ​ນາ​ຄານ​ແລະ​ການ​ປະ​ກອບ​ສ່ວນ​ທີ່​ດີ​ເດັ່ນ​ຂອງ​ທະ​ນາ​ຄານ​ຈີນ​ສາ​ຂາ​ຊັດ​ສ໌​ວຸດ.

ທະ​ນາ​ຄານ​ຈີນ​ສາ​ຂາ​ຊັດ​ສ໌ວຸດ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2012, ແມ່ນ​ທະ​ນາ​ຄານ​ທີ່​ພັດ​ທະ​ນາ​ຕາມ​ຫຼັງ​ແຫ່ງ​ໜຶ່ງ​ໃນ​ບັນ​ດາ​ທະ​ນາ​ຄານ​ຈີນ​ທີ່​ລັດ​ຊິນ, ດ້ວຍທ່າ​ແຮງ​ດ້ານ​ພູມ​ສາດ​ທີ່​ຕັ້ງ​ຢູ່ການ​ຄ້າ,​​ສູນ​ພັກ​ພາອາ​ໄສ,​ສູນປະ​ກອບ​ອາ​ຊີບ​ແລະ​ສູນ​ພັກຜ່ອນ​ຢ່ອນ​ອາ​ລົມ​ຢູ່​ແຄມ​ຝັ່ງ​ເໜືອ​ຂອງ​ຊິດ​ນີ, ​ເປີດບໍ​ລິ​ການ​ເປັນ​ເວ​ລາ 5 ປີ​ມາ​ນີ້,ວຽກ​ງານ​ຕ່າງໆ​ໄດ້​ຮັບ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ