ທ່ານ ຢາງເຈຍຊື ຈະຢ້ຽມຢາມຍີ່ປຸ່ນແລະເຂົ້າຮ່ວມກອງປະຊຸມສົນທະນາການເມືອງລະດັບສູງຈີນ-ຍີ່ປຸ່ນຄັ້ງທີ 4
2017-05-29 17:36:40 cri
ວັນທີ 28 ພຶດສະພານີ້, ທ່ານ ລູ້ຄ່າງ ໂຄສົກກະຊວງການຕ່າງປະເທດຈີນເຜີຍໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຢາຕິ ສໂຢະຕະໂຣະ ເຈົ້າໜ້າທີ່ອົງການຮັບຜິດຊອບວຽກງານຂອງກອງປະຊຸມປ້ອງກັນຄວາມໝັ້ນຄົງຂອງປະເທດຍີ່ປຸ່ນ, ທ່ານ ຢາງເຈຍຊື ທີ່ປຶກສາແຫ່ງລັດຈີນຈະຢ້ຽມຢາມຍີ່ປຸ່ນແຕ່ວັນທີ 29 ຫາວັນທີ 31 ພຶດສະພານີ້ ພ້ອມທັງຮ່ວມກັບ ທ່ານ ຢາຕິ ສໂຢະຕະໂຣະ ຈັດກອງປະຊຸມສົນທະນາການເມືອງລະດັບສູງຈີນ-ຍີ່ປຸ່ນຄັ້ງທີ 4. ຂ່າວແຈ້ງວ່າ: ກອງປະຊຸມສົນທະນາການເມືອງລະດັບສູງຈີນ-ຍີ່ປຸ່ນຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນເດືອນສິງຫາປີ 2016.