ບັນ​ຍາ​ກາດ​ບຸນ​ຕ່ວນ​ອູ​ຢູ່​ເມືອງ​ຈື​ກຸ່ຍ​ແຂວງ​ຫູ​ເປ​ຂອງ​ຈີນ
2017-05-29 17:52:54  cri 


ບຸນ​ຕ່ວນ​ອູ​ແມ່ນ​ວັນ​ບຸນ​ທີ່​ໄດ້​ຈັດ​ເຂົ້າ​ໃນ​ບັນ​ຊີ​ມໍ​ລະ​ດົກ​ໂລກ​ບໍ່​ແມ່ນ​ວັດ​ຖຸ​ບຸນ​ທຳ​ອິດ​ຂອງ​ຈີນ. ສ່ວນ​ຢູ່​ບ້ານ​ເກີດ​ເມືອງນອນ​ຂອງ​ທ່ານ ຊູ່ຢວນ ນັກ​ກະ​ວີ, ນັກ​ການ​ເມືອງ​ທີ່​ມີ​ຊື່​ສຽງ​ໃນ​ສະ​ໄໝ​ຈ້ານ​ກົວ​ຂອງ​ຈີນ(ກ່ອນ​ຄ.ສ 340-278) ທີ່​ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳ ຄື​ຢູ່​ເມືອງ​ຈື​ກຸ່ຍ​ແຂວງ​ຫູ​ເປ, ໃຫ້​ຄວາມ​ສຳ​ຄັນ​ແກ່​ບຸນ​ຕ່ວນ​ອູ​ຫຼາຍກວ່າ​ປີໃໝ່​ຈີນ.ແຕ່​ລະ​ປີ,ປະ​ຊາ​ຊົນ​ເມືອງ​ຈື​ກຸ່ຍ​​ມັກ​ເລີ່ມ​ເຮັດ​ວຽກ​ກະ​ກຽມ​ແຕ່​ທ້າຍ​ເດືອນ​ສີ່ຕາມ​ຈັ​ນ​ທະ​ຄະ​ຕິ​​ເຊັ່ນ:ແຊ່​ເຂົ້າ​ໜຽວ,ຂ້າ​ໄກ່​ແລະ​ເປັດ,ອະ​ນາ​ໄມ​ເດີ່ນ​ບ້ານ​ແລະເຮືອນ,ກຽມ​​ຄ້ອງ​ແລະກອງ,ສ້ອມ​ແປງ​ເຮືອ​ຊ່ວງ​ແລະ​ອື່ນໆ. ​ກ່ອນ​ບຸນ​ຕ່ວນ​ອູ​ຈະ​ມາ​ເຖິງ,ປະ​ຊາ​ຊົນ​ຢູ່​ເມືອງ​ຈີືກຸ່ຍ​ກໍ​ໄດ້​ເລີ່ມ​ຊ່ວງ​ເຮືອ,ເຮັດ​ກະ​ເປົາ​ຫອມ,
ຂຽນ​ຄະ​ຕິ​ຄູ່,ຫໍ່​ເຂົ້າ​ຕົ້ມ,ຫອຍ​ໃບ​ໜາດ​ແລະ​ຈັດ​​​ກິດ​ຈະ​ກຳ​ປະ​ເພ​ນີ​ພື້ນ​ເມືອງ​ຕ່າງໆ​ເພື່ອ​ສະ​ຫຼອງ​ບຸນ​ຕ່ວນ​ອູ ​ແລະເປັນ​ການ​ລະ​ນຶກ​ທ່ານ ຊູ່ຢວນ ນັກ​ກະ​ວີ​ຮັກ​ຊາດ​ຂອງ​ຈີນ​.ບັນ​ຍາ​ກາດ​ທີ່​ມ່ວນ​ຊື່ນ​ຝົດ​ຟື້ນ​ໃນ​ວັນ​ບຸນ​ຈະ​ສືບ​ເນື່ອງ​ໄປ​ຮອດ​​ມື້​ຂຶ້ນ 25 ​ຄ່ຳເດືອນ​ຫ້າ​ຕາມ​ຈັນ​ທະ​ຄະ​ຕິຈີນ ເຊິ່ງ​ດຳ​ເນີນ​ໄປເປັນເວ​ລາ​ປະ​ມານ 20 ມື້.
1  2  3  4  5  6  7  8  9  10  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ