ຈີນ​ຈະເຮັດ​ໃຫ້​ການ​ຜ່ານ​ດ່ານໃນ​ທົ່ວ​ປະ​ເທດ​ຫັນ​ເປັນ​ເອ​ກະ​ພາບ​ກັນ​​ໂດຍ​ພື້ນ​ຖານພາຍ​ໃນ​ປີ​ນີ້
2017-05-29 16:15:22  cri 
​ຫວ່າງ​ກ່ອນນີ້, ໃນ​ກອງ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ນະ​ໂຍ​ບາຍ​ທີ່​ຈັດ​ຂຶ້ນ​ໂດຍ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານຈີນ, ທ່ານ​ໂຈ່​ຈື້​ອູ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ດ່ານ​ພາ​ສີ​ຈີນເຜີຍ​ໃຫ້​ຮູ້​ວ່າ, ​ວິ​ທີ​ເຮັດ​ວຽກ​ແບບ "ປະ​ຕູ​ດຽວ" ຈະ​ເຜີຍ​ແຜ່​ໄປ​ເຖິງ​ດ່ານ​ພາ​ສີ​ທຸກ​ດ່ານແລະ​ວຽກ​ງານ​ຜ່ານດ່ານໃນ​ທົ່ວ​ປະ​ເທດ​ຈີນ​ຈະ​ຫັນ​ເປັນ​ເອ​ກະ​ພາບ​ກັນ​ພາຍ​ໃນ​ປີ​ນີ້, ວິ​ສາ​ຫະ​ກິດ​ສາ​ມາດ​ເລືອກ​ເອົາສະ​ຖານ​ທີ່​ແລະ​ດ່ານ​ພາ​ສີ​ເພື່ອ​ຜ່ານ​ດ່ານ​ຕາມ​ຄວາມ​ສະ​ດວກ​ຂອງ​ຕົນ. "ປະ​ຕູ​ດຽວ", ໝາຍ​ເຖິງ ວິ​ສາ​ຫະ​ກິດ​ສາ​ມາດ​ຍື່ນ​ເອ​ກະ​ສານ​ທີ່​ພາກ​ສ່ວນ​ຕ່າງໆ​ຕ້ອງ​ການ​ໃນ​ເທື່ອ​ດຽວ​ໄດ້, ແລ້ວ​ຈະ​ມີ​ລະ​ບົບ​ແຈກ​ຢາຍ​ໃຫ້​ພາກ​ສ່ວນ​ຕ່າງໆ ​ເຮັດ​ວຽກຮ່ວມ​ກັນ. ​ການ​ຜ່ານດ່ານ​​ໃນ​ທົ່ວ​ປະ​ເທດ​ຈີນ​​ຫັນ​ເປັນ​ເອ​ກະ​ພາບ​ກັນ, ໝາຍ​ເຖິງ ວິ​ສາ​ຫະ​ກິດ​ສາ​ມາດ​ສຳ​ເລັດ​ທຸກ​ຂັ້ນ​ຕອນ​ຜ່ານ​ດ່ານ​​ຢູ່​ດ່ານ​ພາ​ສີທຸກ​ດ່ານ​ໃນ​ທົ່ວ​ປະ​ເທດ​ໄດ້, ​ບັນ​ລຸ​ "ການ​ຜ່ານ​ດ່ານ​ຢູ່​​ຫຼາຍ​ບ່ອນ ແລະ ດ່ານ​ໃດ​ກໍ່​ຄື​ກັນ". ​ຜ່ານ​ການ​ປະ​ຕິ​ຮູບດັ່ງ​ກ່າວ, ຈະ​ຫຼຸດ​ເວ​ລາ​​ຜ່ານ​ດ່ານ ​ໃຫ້​ສັ້ນ​ເຂົ້າແລະ​ຫຼຸດ​ຕົ້ນ​ທຶນ​ການ​ຄ້າ, ​ເຮັດ​ໃຫ້​ວິ​ສາ​ຫະ​ກິດການ​ຄ້າກັບ​ຕ່າງ​ປະ​ເທດ​ຮັບ​ຜົນ​ປະ​ໂຫຍດ.

ທ່ານ​ໂຈ່​ຈື້​ອູ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ດ່ານ​ພາ​ສີ​ຈີນບອກ​ໃຫ້​ຮູ້​ວ່າ, ມາດ​ຕະ​ຖານ​ຂອງ "ປະ​ຕູ​ດຽວ" ທີ່​ກວມ​ເອົາ 9 ​ບົດ​ບາດ ເຊັ່ນ ການ​ລາຍ​ງານ​ສິນ​ຄ້າ ການ​ລາຍ​ງານ​ພາ​ຫະ​ນະ​ຂົນ​ສົ່ງ ແລະ​ການ​ຈ່າຍ​ພາ​ສີ​ເປັນ​ຕົ້ນ ກຳ​ລັງ​​ເລັ່ງ​ລັດສ້າງ​ຢູ່, ປັດ​ຈຸ​ບັນ, ມີ 17 ແຂວງ​ແລະ​ນະ​ຄອນໄດ້​ສ້າງ "ປະ​ຕູ​ດຽວ" ໃຫ້​ສຳ​ເລັດ, ກ່ອນ​ທ້າຍ​ປີ​ນີ້, ຈະ​ເຜີຍ​ແຜ່​ໄປ​ຮອດ​ທຸກ​ດ່ານ​ໃນ​ທົ່ວ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ