ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຍິນ​ດີ​ຮ່ວມ​ມື​ກັບ​ຝ່າຍ​ຈີນ​ໃນ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ
2017-05-29 16:25:54  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 28 ພຶດ​ສະ​ພາ​ນີ້, ທ່ານ ເຈັມ​ສ໌ ມາ​ທິ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ​ຖ້າແຫຼມ​ເກົາຫຼີ​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ ຈະ​ມີ​ຄ່າ​ຕອບ​ແທນ​ຢ່າງ​ໃຫຍ່​ຫຼວງ, ອາ​ເມ​ລິ​ກາ​ຍິນ​ດີ​ຮ່ວມ​ມື​ກັບ​ຝ່າຍ​ຈີນ ເພື່ອ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ.

ໃນ​ວິ​ດີ​ໂອ​ໃຫ້​ສຳ​ພ​າດ​ຕໍ່​ສື່ມວນ​ຊົນ​ອາ​ເມ​ລິ​ກາທີ່​ເຜີຍ​ແຜ່​ໃນ​ມື້​ດຽວ​ກັນ, ທ່ານ​ມາ​ທິ​ສ​ກ່າວ​ວ່າ, ຖ້າ​ວ່າແຫຼມ​ເກົາຫຼີ​ເກີດ​ການ​ປະ​ທະ​ກັນ, ຈະ​ພາ​ໃຫ້​ເກີດ​ສົງ​ຄາມ​ທີ່​ຮ້າຍ​ແຮງ​ພິ​ລຶກ. ອາ​ເມ​ລິ​ກາ​ກຳ​ລັງ​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ ເພື່ອ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ, ແລະ​ໄດ້​ສະ​ແດງ​ທ່າ​ທີ​ຢ່າງ​ຈະ​ແຈ້ງວ່າ ຍິນ​ດີ​ດຳ​ເນີ​ນ​ການ​ຮ່ວມ​ມື​ກັບ​ຝ່າຍ​ຈີນ​ກ່ຽວ​ກັບ​ເລື່ອງ​ນີ້. ອາ​ເມ​ລິ​ກາ​ກໍ່​ຮັບ​ຮອງ​ຄວາມ​ພະ​ຍາ​ຍາມ​ຂອງ​ຝ່າຍ​ຈີນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ນີ້.

ວັນ​ທີ 26 ເມ​ສາ​ແລ້ວ​ນີ້, ລັດ​ຖະ​ບານ​ອາ​ເມ​ລິ​ກາ​ສະ​ແດງວ່າ, ອາ​ເມ​ລິ​ກາ​ຢາກ​ບັນ​ລຸ​ການ​ປອດ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫຼີ ໂດຍ​ຜ່ານ​ການ​​ເພີ່ມ​ທະ​ວີ​ການ​​ຂວ້ຳ​ບາດ​ດ້ານເສດ​ຖະ​ກິດ​ແລະ​ຄວາມ​ກົດ​ດັນ​ດ້ານ​ການ​ຕ່າງ​ປະ​ເທດ​ຕໍ່​ສ.ປ.ປ​ເກົາຫຼີ. ຝ່າຍ​ອາ​ເມ​ລິ​ກາ​ມີ​ທ່າ​ທີ​ເປີດ​ປະ​ຕູ​ຕໍ່​ການ​ບັນ​ລຸ​ເປົ້າ​ໝາຍດັ່ງ​ກ່າວ​ໂດຍ​ຜ່ານ​ກາ​ນ​ເຈ​ລະ​ຈາ, ​ແຕ່ພ້ອມ​ກັນ​ນັ້ນ, ກໍ່​ໄດ້​​ກຽມ​ພ້ອມ​ເພື່ອ​ປ້ອງ​ກັນ​ຄວາມ​ປອ​ດ​ໄພ​ຂອງ​ອາ​ເມ​ລິ​ກາ​ແລະ​​ປະ​ເທດ​ພັນ​ທະ​ມິດ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ