ປະ​ທານ​ປະ​ເທດ​ຈີນ ສົ່ງ​ໂທ​ລະ​ເລກໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ​ສີ​ລັງ​ກາ ເພື່ອ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຕໍ່​ສີ​ລັງ​ກາ​ທີ່​ໄດ້​ປະ​ສົບໄພ​ນ້ຳ​ຖ້ວມ​ແລະ​ໄພ​ດິນ​ພູ​ເຈື່ອນ
2017-05-29 16:27:43  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 28 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈີ້ນ​ຜິງ ​ປະ​ທານ​ປະ​ເທດ​ຈີນ ​ໂດຍສົ່ງ​ໂທ​ລະ​ເລກໄປ​ຍັງ​ທ່ານ​​ໄມ​ສ​ຣິ​ພາ​ລາ ສິ​ຣິ​ເຊ​ນາ ປະ​ທາ​ນາ​ທິ​ບໍ​ດີ​ສີ​ລັງ​ກາ ເພື່ອ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຕໍ່​ສີ​ລັງ​ກາ​ທີ່​ໄດ້​ປະ​ສົບໄພ​ນ້ຳ​ຖ້ວມ​ແລະ​ໄພ​ດິນພູ​ເຈື່ອນ, ​ແລະ​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຜູ້​​ເສຍ​ຊີ​ວິດ, ​ພ້ອມ​ທັງສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ຕໍ່​ປະ​ຊາ​ຊົນ​​ຜູ້ປະ​ສົບ​ໄພ​ແລະ​ຄອບ​ຄົວ​ຂອງ​ຜູ້​​ປະ​ສົບ​ເຄາະ​ຮ້າຍ.

ໃນ​ໂທ​ລະ​ເລກ, ທ່ານ​ສີ​ຈີ້ນ​ຜິງ​ຊີ້​ອອກວ່າ, ຈີນ​ກັບ​ສີ​ລັງ​ກາ​​ເປັນປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບອັນ​ເປັນ​ມູນ​ເຊື້ອ​ທີ່​ດີ​ຕໍ່​ກັນ, ປະ​ຊາ​ຊົນ​ຈີນ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ປະ​ຊາ​ຊົນ​ສີ​ລັງ​ກາ​ທີ່​ໄດ້​ປະ​ສົບ​ໄພ. ລັດ​ຖະ​ບານ​ຈີນ​ຍິນ​ດີອອກ​ແຮງ​ສຸດ​ຂີດ​ເພື່ອ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ສີ​ລັງ​ກາ​​ດຳ​ເນີນ​ວຽກ​ງານ​ກູ້​ໄພ, ໃຫ້ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ​ແກ່​ສີ​ລັງ​ກາ. ເຊື່ອ​ວ່າ, ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ສີ​ລັງ​ກາ​ຍ່ອມ​ຈະສາ​ມາດ​ເອົາ​ຊະ​ນະ​ໄພ​ທຳ​ມະ​ຊາດ​ແລະສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່​ໄດ້​ຢ່າງ​ແນ່ນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ