ຜູ້​ຕາງ​ໜ້າ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປີງ​ລົງ​ສັດ​ຕະ​ວັດ​ທີ 21 ຄັ້ງ​ທີ 2 ຂອງ​ມຽນ​ມາ​ລົງ​ນາມ​ໃນ​ສັນ​ຍາ​ສະ​ຫະ​ພາບ
2017-05-30 10:19:32  cri 
ກອງປະຊຸມປີງລົງສັດຕະວັດທີ 21 ຄັ້ງທີ 2 ກໍ​ຄື​ກອງ​ປະ​ຊຸມສັນ​ຕິ​ພາບ​ສະ​ຫະ​ພາບ​ມຽນ​ມາ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ​ຂອງ​ມຽນ​ມາ​ໄດ້​ອັດ​ລົງ​ໃນ​ວັນ​ທີ 29 ພຶດ​ສະ​ພານີ້, ຜູ້​ຕາງ​ໜ້າຈາກ​ຝ່າຍ​ຕ່າງໆໄດ້​ລົງ​ນາມ​ໃນ​ສັນ​ຍາ​ສະ​ຫະ​ພາບ​ທີ່​ລວມ​ທັງ 37 ຂໍ້​ມາດ​ຕາ. ສັນ​ຍາ​ສະ​ບັບ​ນີ້​ຈະ​ກາຍ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ"ສັນ​ຍາວ່າ​ດ້ວຍ​ສັນ​ຕິ​ພາບຂອງ​ສະ​ຫະ​ພາບ"ສະ​ບັບ​ສຸດ​ທ້າຍ​ໃນ​ເວ​ລາ​ມຽນ​ມາ​ໄດ້​ບັນ​ລຸ​ສັນ​ຕິ​ພາບ​ຖາ​ວອນ.

ກອງ​ປະ​ຊຸມ​ເທື່ອນີ້​ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ 5 ຫົວ​ຂໍ້ ຄື ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ, ຄວາມ​ໝັ້ນ​ຄົງ​ ພ້ອມ​ທັງທີ່​ດິນ​ແລະ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ. ນອກ​ຈາກ​ຫົວ​ຂໍ້ກ່ຽວ​ກັບຄວາມ​ໝັ້ນ​ຄົງ​ແລ້ວ, ຜູ້​ຕາງ​ໜ້າ​ຈາກຝ່າຍ​ຕ່າງໆ​ເຊັ່ນ ລັດ​ຖະ​ບານ ສະ​ພາ ກອງ​ທະ​ຫານ ພັກ​ການ​ເມືອງ ກຳ​ລັງ​ປະ​ກອບ​ອາ​ວຸດ​ທ້ອງ​ຖິ່ນ​ຊົນ​ເຜົ່າ ​ແລະ​ອື່ນໆ​ໄດ້​ມີ​ຄວາມ​ເຫັນທີ່​ເປັນ​ເອ​ກະ​ພາບ​ກັນກ່ຽວ​ກັບ 37 ຂໍ້​ມາດ​ຕາ​ໃນສັນ​ຍາ​ທັງ​ໝົດ 41 ຂໍ້​ມາດ​ຕາກ່ຽວ​ກັບ​ອີກ 4 ຫົວ​ຂໍ້, ໃນ​ນັ້ນ,ການ​ເມືອງ​ມີ 12 ຂໍ້​, ເສດ​ຖະ​ກິດ​ມີ 11 ຂໍ້, ສັງ​ຄົມ​ມີ 4 ຂໍ້, ທີ່​ດິນ​ແລະ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ມີ 10 ຂໍ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ