ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ຝ​ຣັ່ງ
2017-05-30 16:37:11  cri 
ຕາມ​ຂ່າວCRI: ວັນ​ທີ 29 ພຶດ​ສະ​ພາ​ນີ້, ທ່​ານ ຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ທ່ານ ເຈັນ ວິ​ສ໌ ລີ​ດ​ຣຽນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຝ​ຣັ່ງ​ຄົນ​ໃໝ່​ຕາມ​ຄຳ​ເຊີນ.

ທ່ານ ຫວາງ​ຢີ້ ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ ເຈັນ ​ວິ​ສ໌​ລີ ດ​ຣຽນ ດຳ​ລົງ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຝ​ຣັ່ງ, ຫວັງ​ວ່າ​ສອງ​ຝ່າຍ​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້ທີ່​ເປັນ​ເອ​ກະ​ພາບ​ກັນ​ອັນ​ສຳ​ຄັນ​ລະ​ຫວ່າງ​ປະ​ມຸ​ກ​ລັດ​ຂອງ​ສອງ​ປະ​ເທດ,ຮັກ​ສາ​​​ການພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້ສືບ​ຕໍ່ມີ​ທ່າ​ອ່ຽງ​ຂະ​ຫຍາຍ​ຕົວ​ທີ່ວ່ອງ​ໄວ​.

ທ່ານ ເຈັນ ​ວິ​ສ໌​ ລີ ດ​ຣຽ​ນ ກ່າວ​ວ່າ: ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຝ​ຣັ່ງ-ຈີນ​ມີ​ປະ​ສິດ​ທິ​ຜົນ​ສູງ, ຜົນ​ປະ​ໂຫຍດ​ຮ່ວມ​ແລະ​ຈຸດ​ສົນ​ໃຈຮ່ວມ​ລະ​ຫວ່າງ​ສອງ​ຝ່າຍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,ທ່ານ​ຄອງ​ຄອຍ​ໄປ​ຢ້ຽມ​ຢາມ​ຈີນ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້​ເພື່ອ​ສ້າງ​ການ​ພົວ​ພັນ​ວຽກ​ງານ​ທີ່​ດີ​ກັບ​ທ່ານ​ຫວາງ​ຢີ້.

ນອກ​ນີ້,ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບບັນ​ຫາຕ່າງໆ​ເຊັ່ນ: ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ປາ​ຣີ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​​ພ້ອມ​ທັງ​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ