ຝ​ຣັ່ງ​ແລະ​ຣັດ​ເຊຍ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ
2017-05-30 16:39:52  cri 
ວັນ​ທີ 29 ພຶດ​ສະ​ພາ​ນີ້, ທ່ານ ເອ​ມາ​ນູເອວ ມັກ​ຣອນ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ແລະ ທ່ານ ວ​ະລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ: ສອງ​ປະ​ເທດ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ໃນດ້ານ​ການ​​ຕ້ານ​ການ​ກໍ່​ການ​ຮ້າຍ.

ໃນ​ມື້​ດຽວ​ກັນ,ປະ​ທາ​ນາ​ທິ​ບໍ​ດີ​ສອງ​ທ່ານ​ໄດ້​ຈັດ​ການ​​ເຈ​ລະ​ຈາ​ຢູ່​ທຳ​ນຽບ​ສ​ໂກ​ໂລ​ສ໌ ເວີ​ໄຊ​ລິ​ສ໌ ທີ່ຊານ​ເມືອງປາ​ຣີ​ປະ​ເທດຝ​ຣັ່ງ. ທ່ານ ມັກ​ຣອນ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຫຼັງ​ການ​ເຈ​ລະ​ຈາ​ວ່າ: ຝ​ຣັ່ງ​ຫວັງ​ວ່າ​ຈະ​ສາ​ມາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຣັດ​ເຊຍ​ໃນ​ການ​ໂຈມ​ຕີ​ລັດ​ທິ​ກໍ່​ການ​ຮ້າຍ. ຫວັງ​ວ່າ​ຣັດ​ເຊຍ,ຝ​ຣັ່ງ,ເຢຍ​ລະ​ມັນ​ແລະ​ອູ​ແກ​ຣນ​ສາ​ມາດ​ແລກ​ປ່ຽນ​ແລະ​ປຶກ​ສາ​ຫາ​ລື​ກັນ​ພາຍ​ໃຕ້​ຂອບ​ຮູບ​ແບບ​ໂນ​ມານ​ເດຍ ເພື່ອ​ຜ່ອນ​ຄາຍ​​ສະ​ຖາ​ນະ​ການການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກ​ຣນເປັນ​ເທື່ອ​ລະ​ກ້າວ.

ນອກ​ນີ້,ສອງ​ຝ່າຍ​ຍັງ​ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ​ທີ່​ເປີດ​ອົກ​ເປີດ​ໃຈ​ແລະ​ໂດຍ​ກົງ​ທີ່​ສຸດ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ,ວິ​ກິດ​ການ​ອູ​ແກ​ຣນ​ແລະ​ບັນ​ຫາ​ອື່ນໆອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ