ຈັດກອງ​ປະ​ຊຸມ​ສົນ​ທະ​ນາ​ການ​ເມືອງ​ລະ​ດັບ​ສູງ​ຄັ້ງ​ທີ 4 ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ
2017-05-30 16:42:30  cri 

ວັນ​ທີ 29 ພຶດ​ສະ​ພາ​ນີ້, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ, ທ່ານ​ຢາງ​ເຈຍ​ຊື ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນໄດ້​ເປັນ​ເຈົ້າ​ພາບ​ຮ່ວມກັບ​ທ່ານ​ຢາ​ຕິ ສ​ໂຢະ​ຕະ​ໂຣະ, ເຈົ້າ​ໜ້າ​ທີ່​ອົງ​ການ​ຮັບ​ຜິດ​ຊອບ​ວຽກ​ງານ​ຂອງກອງ​ປະ​ຊຸມ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ຍີ່​ປຸ່ນ​ ໃນ​ກອງ​ປະ​ຊຸມ​ສົນ​ທະ​ນາ​ການ​ເມືອງ​ລະ​ດັບ​ສູງ​ຄັ້ງ​ທີ 4 ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ ທີ່​ຈັດ​ຂຶ້ນ​ຢູ່​ເຂດ​ໃກ້​ກັບ​ນະ​ຄອນ​ຫຼວງ​ໂຕ​ກຽວ.

ທ່ານ​ຢາງ​ເຈຍ​ຊື​ກ່າວ​ເນັ້ນ​ວ່າ, ຫວັງ​ວ່າ ຝ່າຍ​ຍີ່​ປຸ່ນ​ກັບ​ຝ່າຍ​ຈີນ​ຈະ​ເດີນ​ໄປ​​ສູ່​ຈຸດ​ປະ​ສົງ​ອັນດຽວ, ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ​ລະ​ຫວ່າງ​ສອງ​ຝ່າຍ​ ຊຸກ​ຍູ້​ໃ​ຫ້ການ​ພົວ​ພັນ​ລະ​ຫວ່າງ​ຈີ​ນ​ກັບ​ຍີ່​ປຸ່ນ​ກັບ​ຄືນ​ສູ່​ວົງ​ໂຄ​ຈອນ​ການ​ຂະ​ຫຍາຍ​ຕົວ​​ອັນ​ເປັນປົກ​ກະ​ຕິພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່. ກ່ຽວ​ກັບ​ບັນ​ຫາ​ປະ​ຫວັດ​ສາດ​ແລະ​ບັນ​ຫາ​ໄຕ້​ຫວັນ, ຝ່າຍ​ຍີ່​ປຸ່ນ​ຄວນ​ເຄົາ​ລົບ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ, ປະ​ຕິ​ບັດ​​ງານ​ຢ່າງ​ມີ​ເຫດມີ​ຜົນ. ສອງ​ຝ່າຍ​ຄວນ​ເຄົາ​ລົບ​ນ້ຳ​ໃຈ​ທີ່​ກ່ຽວ​ຂ້ອງ​ຂອງ ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ດ້ານ​ຫຼັກ​ການ 4 ປະ​ການຢ່າງ​ແທ້​ຈິງ, ຮ່ວມ​ກັນ​​ປົກ​ປັກຮັກ​ສາ​ສັ​ນ​ຕິ​ພາບ​ແລ​ະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ຕາ​ເວັນ​ອອກ. ຫວັງ​ໃຫ້​ຝ່າຍ​ຍີ່​ປຸ່ນ​ໃຊ້​ທ່າ​ທີ​​ລະ​ມັດ​ລະ​ວັງ​ຕໍ່​ບັນ​ຫາ​ທະ​ເລ​ຈີນ​ໃຕ້, ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໃນ​ພາກ​ພື້ນ​ແກ້​ໄຂ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ຢ່າງ​ເໝາະ​ສົມ. ທ່ານ​ຢາງ​ເຈຍ​ຊື​ກ່າວ​ວ່າ, ​ຈີນ​ແລະຍີ່​ປຸ່ນ​ຄວນເລັ່ງ​ລັດຊຸກ​ຍູ້​ໃຫ້ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ຫັນ​ປ່ຽນ​ຮູບ​ແບບ​ແລະ​ມີ​ລະ​ດັບ​ສູງ​ຂຶ້ນ, ອອກ​ແຮງ​ຊຸກ​ຍູ້​ການ​ແລກ​ປ່ຽນ​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ, ເຊັ່ນ: ວັດ​ທະ​ນະ​ທຳ, ​ພົນ​ລະ​ເຮືອນ, ຊາວ​ໜຸ່ມ​ເຍົາ​ວະ​ຊົນ​​ແລະ​ອື່ນໆ, ເພື່ອ​ເພີ່​ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ.

ທ່ານ​ຢາ​ຕິ ສ​ໂຢະ​ຕະ​ໂຣະ ​ກ່າວ​ວ່າ, ໃນ​ຖາ​ນະທີ່​ເປັນ​ສອງ​ປະ​ເທດ​ໃຫຍ່​ຂອງ​ອາ​ຊີ, ຍີ່​ປຸ່ນ​ກັບ​ຈີນ​ຮັກ​ສາ​ການ​ຮ່ວມ​ມື ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຕໍ່​ພາກ​ພື້ນ​ນີ້. ຫຼັກ​ໝັ້ນຂອງ​ຍີ່​ປຸ່ນ​ໃນ​ບັນ​ຫາ​ໄຕ້​ຫວັນ, ບັນ​ຫາ​ປະ​ຫວັດ​ສາດ​ແລະ​ບັນ​ຫາ​ອື່ນໆ ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ, ຍີ່​ປຸ່ນ​ໄດ້​​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ຍີ່​ປຸ່ນ​ກັບ​ຈີນ​ໃຫ້​ດີ​ຂຶ້ນ​ຢ່າງ​ຮອບ​ດ້ານ, ຍິນ​ດີ​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ຈີນ, ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​​ທຸກ​ລະ​ດັບລະ​ຫວ່າງ​ສອງ​ຝ່າຍ​, ເພີ່ມ​ທະ​ວີ​ປັດ​ໄຈ​​ທີ່ຕັ້ງ​ໜ້າ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ຄວບ​ຄຸມ​ຄວາມ​ຂັດ​ແຍ່ງ​ກັນ​ຢ່າງເໝາະ​ສົມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ